ຫວຽດນາມເຂົ້າຮ່ວມກອງປະຊຸມໃຫຍ່ສະພາອົງການກວດສອບສູງສຸດອາຊຽນຄັ້ງທີ3

ຫວຽດນາມເຂົ້າຮ່ວມກອງປະຊຸມໃຫຍ່ສະພາອົງການກວດສອບສູງສຸດອາຊຽນຄັ້ງທີ3 - ảnh 1

(vovworld)-  ກອງ​ປະ​ຊຸມ​ໃຫຍ່​ສະ​ພາ​ອົງ​ການກວດ​ສອບ​ສູງ​ສຸດ ອາ​ຊຽນ ຄັ້ງ​ທີ 3 ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 5/11 ຢູ່ ພະ​ນົມ​ເປັນ ປະ​ເທດ ກຳ​ປູ​ເຈຍ, ຄະ​ນະ​ຜູ້​ແທນອົງ​ການກວດກ​ສອບແຫ່ງ​ລັດ ຫວຽດ​ນາມ ໂດຍ​ທ່ານ ຫງວຽນ​ກວາງ​ແທ່ງ, ຮອງ​ຫົວ​ຫນ້າ​ອົງ​ການກວດ​ສອບ​ຫວຽດ​ນາມ​ນຳ​ຫນ້າ ໄດ​້​ເຂົ້າ​ຮ່ວມກອງ​ປະ​ຊຸມ. ນະ​ທີ່ນີ້, ບັນ​ດາ​ຜູ້​ແທນ​ໄດ້​ປຶກ​ສາ​ຫາ​ລື ແລະ ຮັບ​ຮອງ​ເອົາ​ໂຄງ​ການ​ດຳ​ເນີນ​ງານ​ຂອງ​ບັນ​ດາ​ຄະ​ນະ​ກຳ​ມະ​ການ​ອົງ​ການກວດ​ສອບ ອາ​ຊຽນ ໄລ​ຍະ 2015-2017, ໃນ​ນັ້ນ ເປັນ​ຫນ້າ​ສົນ​ໃຈ ຄະ​ນະ​ກຳ​ມະ​ການກວດ​ສອບ​ອາ​ຊຽນ ໄດ້​ແບ່ງ​ປັນ​ບົດ​ຮຽນ​ຈະ​ສຸມ​ໃສ່​ປະ​ຕິ​ບັດ 6 ໂຄງ​ການ ກ່ຽວ​ກັບ​ບັນ​ດາ​ຫົວ​ເລື່ອງ​ຄື: ການ​ຮ່ວມ​ມື​ລະ​ຫ່າງ​ພາກ​ລັດ ແລະ ເອ​ກະ​ຊົນ, ລາຍ​ຈ່າຍ​ການ​ເຄື່ອນ​ໄຫວ, ກວດ​ສອບ​ບັນ​ດາ​ບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ ປີ 2016, ທີ່​ດິນ ແລະ ຊັບ​ພະ​ຍາ​ກອນ​ບໍ່​ແຮ່, ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ອຶດ​ຫິວ ແລະ ທຶນ​ຫນູນ​ຊ່ວຍ​ຂອງ​ຕ່າງ​ປະ​ເທດ ແລະ ກວດ​ສອບ​ການ​ຮ້ອງ​ທຸກ ປີ 2017.

 

 

ຂ່າວ/ບົດ​ອື່ນ