ຫວຽດນາມເຂົ້າຮ່ວມການຄົມມະນາຄົມຢູ່ອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງຢ່າງໝັ້ນຄົງ

ຫວຽດນາມເຂົ້າຮ່ວມການຄົມມະນາຄົມຢູ່ອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງຢ່າງໝັ້ນຄົງ - ảnh 1
(ພາບປະກອບ)

(vovworld) – ​​ ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ​ໄດ້​ຕົກລົງ​ໃຫ້ ຫວຽດນາມ ​ເຂົ້າ​ຮ່ວມ​ໂຄງການ​ໜູນ​ຊ່ວຍ​ເຕັກນິກ​ພາກ​ພື້ນ “ລົງທຶນ​ເຂົ້າກ້ອນ​ທຶນ​ທຳ​ມະ​ຊາດ ​ແລະ ການຄົມມະນາຄົມ​ໃນ​ພາກ​ພື້ນ GMS (ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເປີດ​ກ້ວາງ​) ຢ່າງ​ໝັ້ນຄົງ - ຄົ້ນ​ຄວ້າ​ຕົວ​ແບບ​ຢູ່ ຫວຽດນາມ” ​ໂດຍ​ທະນາຄານ​ພັດທະນາ​ອາຊີ (ADB) ອຸປະຖຳ. ​ໂຄງການ​ມີ​ຍອດ​ມູນ​ຄ່າ 800.000 USD ​ໄດ້​ປະຕິບັດ​ຢູ່​ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເປີດ​ກ້ວາງ; ​ແຫຼ່ງທຶນ​ຄົ້ນຄວ້າ​ທົດ​ລອງປະຕິບັດ​ຢູ່ ຫວຽດນາມ ​ແມ່ນ 360.000 USD. ​ເປົ້າ​ໝາຍ​ຂອງ​ໂຄງການ​ແມ່ນ​ໜູນ​ຊ່ວຍ​ການ​ທົດ​ລອງ​ຄົ້ນຄວ້າ​ບັນດາການ​ກະທົບ​ເຖິງ​ເສດຖະກິດ ​ແລະ ສັງຄົມຂອງ​ໂຄງການ​ລົງທຶນ​ທາງບົກ, ບົດບາດ​ຂອງ​ການອອກ​ແບບ​ພື້ນຖານ​ໂຄງ​ລ່າງສະຫລາດ.

 

ຂ່າວ/ບົດ​ອື່ນ