ຫວຽດ​ນາມ​ເຂ​ົ​້າ​ຮ່ວມ​ການ​ຊ້ອມຮົບ​ທາງ​ທະ​ເລລະ​ຫວ່າງ ອ​າ​ຊຽນ - ອາ​ເມ​ລິ​ກາ ຢູ່ ໄທ

(VOVWORLD) -ບັນດາເຈົ້າໜ້າທີ່ກອງທັບເຮືອຫວັງວ່າ ການຊ້ອມຮົບຈະຊ່ວຍເພີ່ມທະວີການຮ່ວມມືດ້ານກອງທັບເຮືອລະຫວ່າງ ອາເມລິກາ ແລະ ອາຊຽນ, ໃນນັ້ນ ມີການແລກປ່ຽນຂໍ້ມູນຂ່າວສານເພື່ອແນໃສ່ປ້ອງກັນເຂດອາຊີຕາເວັນອອກສ່ຽງໃຕ້ເພື່ອຫຼີກລ້ຽງຈາກບັນດາການນາບຂູ່ຢູ່ທະເລ.
ຫວຽດ​ນາມ​ເຂ​ົ​້າ​ຮ່ວມ​ການ​ຊ້ອມຮົບ​ທາງ​ທະ​ເລລະ​ຫວ່າງ ອ​າ​ຊຽນ - ອາ​ເມ​ລິ​ກາ ຢູ່ ໄທ - ảnh 1ພິທີໄຂ ການຊ້ອມຮົບທາງທະເລລະຫວ່າງ ອາຊຽນ - ອາເມລິກາ

ວັນທີ 2 ກັນຍາ, ຢູ່ຖານທີ່ໝັ້ນກອງທັບເຮືອ ສັດຕະຫີບ ໄທ, ພິທີໄຂການຊ້ອມຮົບທາງທະເລຮ່ວມຄັ້ງທຳອິດລະຫວ່າງ ກອງທັບເຮືອອາເມລິກາ ແລະ ກອງທັບເຮືອ ອາຊຽນ (AUMX) ໄດ້ດຳເນີນໄປພາຍໃຕ້ການເປັນປະທານຂອງທ່ານພົນເຮືອໂທໄທ ຈະເລິນ ພົນຄຸ້ມຣາສີ ແລະ ທ່ານ ພົນເຮືອຕີ ອາເມລິກາKenneth Whitesell, ຮອງຜູ້ບັນຊາການກອງທັບເຮືອປະຈຳ ປາຊີຟິກ

        ການຊ້ອມຮົບທາງທະເລລະຫວ່າງ ອາຊຽນ - ອາເມລິກາ ໄດ້ດຳເນີນລະຫວ່າງ ວັນທີ 2 – 6 ກັນຍາ ຢູ່ເຂດທະເລອ່າວໄທ ແລະ ຢູ່ເຂດທະເລແຫຼມກ່າເໝົາ, ຫວຽດນາມ, ດ້ວຍຫົວຂໍ້ວ່າ: “ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ກຳລັງຄວາມສາມາດໃນການສູ້ຮົບທາງທະເລແບບປະສົມ” ເພື່ອແນໃສ່ຊຸກຍູ້ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ, ຄວາມເສລີການເດີນເຮືອ, ການບິນ ແລະ ບັນດາການເຄື່ອນໄຫວການຄ້າທີ່ບໍ່ຖືກສະກັດກັ້ນຕາມຫຼັກການທີ່ ສາກົນໄດ້ຮັບຮອງເອົາ. ທຸກໆປະເທດສະມາຊິກຂອງອາຊຽນ, ໃນນັ້ນມີ ຫວຽດນາມ ລ້ວນແຕ່ສົ່ງກຳລັງເຂົ້າຮ່ວມການຊ້ອມຮົບດັ່ງກ່າວ. ບັນດາເຈົ້າໜ້າທີ່ກອງທັບເຮືອຫວັງວ່າ ການຊ້ອມຮົບຈະຊ່ວຍເພີ່ມທະວີການຮ່ວມມືດ້ານກອງທັບເຮືອລະຫວ່າງ ອາເມລິກາ ແລະ ອາຊຽນ, ໃນນັ້ນ ມີການແລກປ່ຽນຂໍ້ມູນຂ່າວສານເພື່ອແນໃສ່ປ້ອງກັນເຂດອາຊີຕາເວັນອອກສ່ຽງໃຕ້ເພື່ອຫຼີກລ້ຽງຈາກບັນດາການນາບຂູ່ຢູ່ທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ