ຫວຽດນາມເຂົ້າຮ່ວມການປຶກສາຫາລືທີ່ວາລະປະຊຸມຫົວເລື່ອງສະເພາະຂອງສະພາສິດທິມະນຸດຊຸດທີ27

ຫວຽດນາມເຂົ້າຮ່ວມການປຶກສາຫາລືທີ່ວາລະປະຊຸມຫົວເລື່ອງສະເພາະຂອງສະພາສິດທິມະນຸດຊຸດທີ27 - ảnh 1
ກອງປະຊຸມຂອງສະພາສິດທິມະນຸດ ສປຊ
(ພາບ: ສຳນັກຂ່າວສານ ຊິນຮວາ-TTXVN)


(vovworld) - ວັນ​ທີ 9/9, ສະພາ​ສິດທິ​ມະນຸດ ສະຫະ​ປະຊາ​ຊາດ ຢູ່​​ສະ​ວິດ, ​ໄດ້ຈັດ​ຕັ້ງ​ວາລະ​ປຶກສາ​ຫາລື​ຫົວ​ເລື່ອງ​ສະ​​ເພາະ ກ່ຽວ​ກັບ​ການ​ສຶກສາ​ປະຫວັດສາດ ​ແລະ ວິວັດ​ການ​ອາ​ໄລ​ຫາ, ​ເພື່ອ​ແນ​ໃສ່​ປຶກສາ​ຫາລື ​ແລະ ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ວິວັດ​ການ​ສິດສອນ​ປະຫວັດສາດ ​ແລະ ອາ​ໄລ​ຫາ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ຫງວຽນ​ຈູງ​ແທ່ງ, ຫົວໜ້າ​ຄະນະ​ປະຕິບັດ​ງານ ຫວຽດນາມ ປະຈຳ ສປຊ, ອົງການ​ການ​ຄ້າ​ໂລກ ​ແລະ ບັນດາ​ອົງການ​ສາກົນອື່ນ​ໆ ຢູ່​ສະ​ວິດ, ມີບົດ​ກ່າວ​ຄຳ​ເຫັນ​ແບ່ງປັນ​ທັດສະນະ​ກ່ຽວ​ກັບ​ສິດ​ຂອງ​ເດັກ ​ໃນ​ການ​ພັດທະນາ​ທັດສະນະ​ຢ່າງ​ຖືກຕ້ອງ, ພາວະ​ວິ​ໄສ​ກ່ຽວ​ກັບ​ປະຫວັດສາດ​ຜ່ານ​ການ​ສຶກສາ, ບັນດາ​ປະ​ເທດ​ຄວນ​ເຄົາລົບ​ບັນດາ​ຫຼັກການ​ສຳ​ພັດຮອບດ້ານ​ກ່ຽວ​ກັບ​ການ​ສຶກສາ​ປະຫວັດສາດ, ຮັບປະກັນ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ບັນດາ​ການ​ທ້າ​ທາຍ ​ແລະ ກາລະ​ໂອກາດ​​ເພື່ອ​ມຸ່ງ​ໄປ​ເຖິງ​ໂລກ​ແຫ່ງດີງາມ​ກ່ວາ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ຫງວຽນ​ຈູງ​ແທ່ງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ຖື​ວ່າ: ​ໃນ​ຕະຫຼອດ​ໄລ​ຍະ​ປະຫວັດ​ແຫ່ງການຕໍ່ສູ້ຍາດ​ເອົາ​ເອກະລາດແຫ່ງຊາດ ​ແລະ ສ້າງສາ​ປະ​ເທດ​ຊາດ, ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ເຄົາລົບ​ຄຸນຄ່າ​ທີ່ສັກກະ​ລະ​ບູຊາ​ຂອງ​ບັນດາ​ສິດ​ທິມະນຸດ, ພິ​ເສດ​ແມ່ນ​ສິດ​ຕັດສິນ​ຂອງ​ຊາດ, ສິດ​ໄດ້​ດຳລົງ​ຊີວິດ​ສັນຕິພາບ, ວັດ​ທະນາ​ຖາວ​ອນ ແລະ ປອງດອງລະຫວ່າງ​ຊົນ​ຊາດ​ຕ່າງ​ໆ. ຫວຽດນາມ ຖື​ວ່າ, ​ການ​ປະຕິບັດ​ບັນດາ​ສິດທິ​ມະນຸດ​ສັງ​ລວມຕິດ​ພັນ​ກັບ​ສະພາບ​ແວດ​ລ້ອມ​ປະຫວັດສາດ, ວັດທະນະທຳ ​ແລະ ມູນ​ເຊື້ອ, ​ແລະ ບັນດາ​ເງື່ອນ​ໄຂ​ພັດທະນາ​ເສດຖະກິດ - ສັງຄົມລະອຽດ​ຂອງ​ປະ​ເທດ​ຊາດ. ​ໃນ​​ໂລກ​ນັບ​ມື້​ນັບ​ອຸດົມສົມບູນ, ຕ້ອງ​ສົມທົບ​ກັນ​ຢ່າງ​ປອງ​ດອງ​ລະຫວ່າງ​ບັນດາ​ມາດຖານ ​ແລະ ຫຼັກການ​ລວມຂອງ​ກົດໝາຍ​ສາກົນ ​ແລະ ປະຫວັດສາດ, ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ສັງຄົມ, ສາສະໜາ ​ແລະ ບັນດາ​ຄຸນຄ່າ​ເຫຼື້ອມ​ໃສ, ຮີດຄອງ​ປະ​ເພນີ​ຂອງ​ແຕ່ລະ​ປະ​ເທດ ​ແລະ ພາ​ກພື້ນ.

 

 

ຂ່າວ/ບົດ​ອື່ນ