ຫວຽດນາມເຂົ້າຮ່ວມການພົບປະແລກປ່ຽນວັດທະນະທຳຊົນເຜົ່າຢູ່ຮົ່ງກົງ(ຈີນ)

ຫວຽດນາມເຂົ້າຮ່ວມການພົບປະແລກປ່ຽນວັດທະນະທຳຊົນເຜົ່າຢູ່ຮົ່ງກົງ(ຈີນ) - ảnh 1
ລາຍການຟ້ອນ​ທີ່​ເປັນເອກະລັກ​ສະ​ເພາະຂອງ​ຄະນະ ຫວຽດນາມ
(ພາບ: vietnam+)

(vovworld) – ຕອນ​ບ່າຍ​ວັນ​ທີ 1/11, ຢູ່​ຮົ່ງກົງ ປະ​ເທດ (ຈີນ), ພະ​ແນ​ກວັດທະນະທຳ ​ແລະ ທ່ອງ​ທ່ຽວ​ບັນ​ເທີ​ງ ຮົ່ງກົງ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ຊົນ​ເຜົ່າ “ສີສັນ​ສີ​ລະ​ປະ ອາຊີ - 2015”. ຄະນະ​ ຫວຽດນາມ ​ມີ​ຄວາມເປັນ​ກຽດ​ໄດ້​ສະ​ແດງ​ສີ​ລະ​ປະ​ໄຂ​ລາຍການ.  ສະຫະ​ສະມາຄົມ​​ໄທບ້ານ​ດຽວ​ມິດຕະພາບ ຫວຽດນາມ - ມາ​ກາວ ຕາງໜ້າ​ໃຫ້​ຄະນະ ຫວຽດນາມ ນຳ​ມາ​ໃຫ້​ລາຍການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ “ສີສັນ​ສີ​ລະ​ປະ ອາຊີ - 2015” ບັນດາລາຍການຟ້ອນ​ທີ່​ເປັນເອກະລັກ​ສະ​ເພາະ ​ແລະ ບັນດາທຳນອງ​ເພງ​ພື້ນ​ເມືອງ​ທີ່​ດູດ​ດື່ມ​​ເຂັ້ມ​ຂົ້ນ​ໄປ​ດ້ວຍວັດທະນະທຳ​ບັນດາ​ເຜົ່າ ຫວຽດນາມ. ບັນດາ​ລາຍການ​ສະ​ແດງ​ຂອງ​ຄະນະ ຫວຽດນາມ ​ໄດ້​ຮັບ​ການ​ຕອບ​ສະໜອງ​ຢ່າງຕັ້ງໜ້າ​ຈາກຊາວ​ປະຈຳ​ຖິ່ນ ​ແລະ ​ເພື່ອ​ນມິດສາ​ກົນ.

        ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວຄັ້ງ​ນີ້ມີ 17 ປະ​ເທດ ອາຊີ​ ​ເຂົ້າ​ຮ່ວມ.


ຂ່າວ/ບົດ​ອື່ນ