ຫວຽດນາມເຂົ້າຮ່ວມການເຈລະຈາຜູ້ບັນຊາການປ້ອງກັນຊາດບັນດາປະເທດອາຊີໃຕ້ແລະອາຊີຕາເວັນອອກສ່ຽງໃຕ້

ຫວຽດນາມເຂົ້າຮ່ວມການເຈລະຈາຜູ້ບັນຊາການປ້ອງກັນຊາດບັນດາປະເທດອາຊີໃຕ້ແລະອາຊີຕາເວັນອອກສ່ຽງໃຕ້ - ảnh 1
ກອງ​ປະຊຸມ​ເຈລະຈາ​ຜູ້​ບັນຊາການ​ປ້ອງ​ກັນຊາ​ດບັນດາ​
ປະ​ເທດ ອາຊີ​ໃຕ້ ​ແລະ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້
(ພາບ: vietnam+)

(vovworld) – ​ ​ ​ ​ໃນ​ລະຫວ່າງ​ວັນ​ທີ 07 – 08/12 ຢູ່​ນະຄອນຫລວງ ກົວ​ລາ​ລຳ​ເປີ, ປະ​ເທດ ມາ​ເລ​ເຊຍ, ​ໄດ້ດຳ​ເນີນ​ກອງ​ປະຊຸມ​ເຈລະຈາ​ຜູ້​ບັນຊາການ​ປ້ອງ​ກັນຊາ​ດບັນດາ​ປະ​ເທດ ອາຊີ​ໃຕ້ ​ແລະ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (SASEAN) ຄັ້ງ​ທີ 2 ​ເພື່ອ​ແນ​ໃສ່​ປຶກສາ​ຫາລື​ບັນດາ​ບັນຫາ ​ຄວາມ​ສະຫງົບ​ໃນ​ພາກ​ພື້ນ. ຄະນະ​ຜູ້​ແທນ ຫວຽດນາມ ​ໂດ​ຍທ່ານຮອງ​ພົນ​ເຮືອ​ເອກ ຟ້າ​ມງ້ອກມິ​ງ, ຮອງ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ ຫວຽດນາມ ​ໄດ້ນຳ​ໜ້າ​ຄະນະຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ການ​ເຈລະຈາ. ຈຸດປະສົງ​ຂອງການ​ເຈລະຈາ SASEAN ຄັ້ງ​ນີ້ ​​ແມ່ນເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​​ປ້ອງ​ກັນຊາ​ດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ​ລະຫວ່າງ​ບັນດາ​ກຳລັງ​ປະກອບ​ອາວຸດ​ຂອງ ອາ​ຊຽນ ​ແລະ ສະຫະ​ສະມາຄົມ​ຮ່ວມ​ມື​ພາກ​ພື້ນ ອາຊີ​ໃຕ້ (SAARC) ​ໂດຍ​ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ 2 ຝ່າຍ ​ແລະ ຫລາຍ​ຝ່າຍຂັ້ນ​ຕ່າງໆ.

        ​ເມື່ອ​ສະ​ເໜີ​ບົດ​ປະກອບ​ຄຳ​ເຫັນ​ຢູ່​ການ​ເຈລະຈາ, ທ່ານ ຟ້າ​ມງ້ອກມິ​ງ ຮອງ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ ຫວຽດນາມ ​ໄດ້​ຍົກ​ອອກ​ບາງ​ຂໍ້​ສະ​ເໜີ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ກອງທັບ​ໃນ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ. ທ່ານ ຟ້າ​ມງ້ອກມິ​ງ ຮອງ​ເສນາ​ທິການ​ໃຫຍ່​ ​ໃຫ້​ຮູ້​ວ່າ: ຢູ່ ຫວຽດນາມ, ​ເມື່ອ​ເກີດ​​ໄພພິບັດ, ຍາມ​ໃດລັດຖະບານ​ ​ກໍ່​ປຸກລະດົມ​ບັນດາ​ກຳລັງ​ປະກອບ​ອາວຸດ ​ແລະ ​ກຳລັງ​ທັບ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ກູ້​ຊ່ວຍ ​ແລະ ຟື້ນຟູ​ໃນ​ທົ່ວ​ປະ​ເທດ, ພິ​ເສດ​ແມ່ນ​ເຂດ​ຫາງ​ໄກ​ສອກ​ຫີິກ, ທະ​ເລ​ໝູ່​ເກາະ, ​ເຂດ​ຊາຍ​ແດນ.

ຂ່າວ/ບົດ​ອື່ນ