ຫວຽດນາມເຂົ້າຮ່ວມການເຊັນລະບຽບການເຄື່ອນໄຫວຂອງທະນາຄານລົງທຶນພື້ນຖານໂຄງລ່າງອາຊີ

ຫວຽດນາມເຂົ້າຮ່ວມການເຊັນລະບຽບການເຄື່ອນໄຫວຂອງທະນາຄານລົງທຶນພື້ນຖານໂຄງລ່າງອາຊີ - ảnh 1
ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ​ລັດ ຫວຽດ​ນາມ ​ຫງວຽນ​ວັນ​ບີ່ງ
(ພາບ: Tiến Hưng/Vietnam+)

(vovworld) - ວັນ​ທີ 29/6, ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດຈີນ, ທີ່​ນະ​ຄອນຫຼວງ ປັກ​ກິງ, ປະ​ເທດ​ຈີນ, ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ​ລັດ ຫວຽດ​ນາມ ​ຫງວຽນ​ວັນ​ບີ່ງ, ຕາງ​ໜ້າ​ໃຫ້ ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ກໍ່​ຕັ້ງ​ອື່ນໆ ໄດ້​ເຊັນ​ລະ​ບຽບ​ການ​ເຄື່ອນ​ໄຫວ​ຂອງ​ທະ​ນາ​ຄານ​ລົງ​ທຶນ​ພື້​ນ​ຖານ​ໂຄງ​ລ່າງ ອາ​ຊີ. ທະ​ນາ​ຄານ​ລົງ​ທຶນ​ພື້​ນ​ຖານ​ໂຄງ​ລ່າງ ອາ​ຊີ (AIIB) ໄດ້​ຮັບ​ການ​ສ້າງ​ຕັ້ງ​ຈະ​ແມ່ນອົງ​ການການ​ເງິນຫຼາຍ​ຝ່າຍ, ສຳ​ນັກ​ງານ​​ໃຫຍ່​ຈະ​ຕັ້ງ​ຢູ່​ປັກ​ກິງ ແລະ ມີ​ເງິນ​ຈົດ​ທະ​ບຽນ​ແມ່ນ 100 ຕື້ USD. ຈຸດ​ໝາຍ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ ອາ​ຊີ ແມ່ນ​ຊຸ​ກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ ຜ່ານ​ການ​ລົງ​ທ​ຶນ​ພື້ນ​ຖານ​ໂຄງ​ລ່າງ​ຢູ່​ພາກ​ພື້ນ, ສ​ຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ໂຄງ​ການ​ໃນ​ຂົງ​ເຂດ: ຄົມ​ມະ​ນາ​ຄົມ, ພະ​ລັງ​ງານ, ໂທ​ລະ​ຄົມ​ມະ​ນ​າ​ຄົມ, ກະ​ສິ​ກຳ, ສິ່ງ​ແວດ​ລ້ອມ, ​ການພັດ​ທະ​ນາ​ຕົວ​ເມືອງ…

        ​ປະ​ຈຸ​ບັນ, ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ ມີ 57 ​​ປະ​ເທດສະ​ມາ​ຊິກກໍ່​ຕັ້ງ, ຄາດ​ວ່າ​ຈະ​ເລີ່ມ​ເຄື່ອນ​ໄຫວ​​ຢ່າງ​ເປັນທາງ​ການ​​ນັບ​ແຕ່​ທ້າຍ​ປີນີ້.

ຂ່າວ/ບົດ​ອື່ນ