ຫວຽດນາມເຂົ້າຮ່ວມງານ ຕະຫຼາດນັດກຸສົນ 2014 ຢູ່ປາກີສະຖານ


ຫວຽດນາມເຂົ້າຮ່ວມງານ ຕະຫຼາດນັດກຸສົນ 2014 ຢູ່ປາກີສະຖານ - ảnh 1

(ພາບປະກອບ: Duy Trinh/Vietnam+)

(vovworld)– ​ ​ ງານ​ຕະຫຼາດນັດ​ກຸສົນ 2014 ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ​ປາ​ກີ​ສະຖານ ສົມທົບ​ກັບ​ສະມາຄົມ​ແມ່ຍິງ​ຄະນະ​ທູ​ນາ​ນຸທູດ​ຕ່າງປະ​ເທດ ປະຈຳ Islamabad (PFOWA) ຫາ​ກໍ່​ຈັດ​ຂຶ້ນ​ຢູ່ Islamabad. ສະຖານທູດ​ຫວຽດນາມ ​ເຂົ້າຮ່ວມ​ງານ​ຕະຫຼາດນັດ​ຄັ້ງນີ້ ດ້ວຍ 2 ຮ້ານ​ວາງສະ​ແດງ​ເຄື່ອງ​ຫັດຖະກຳ​ສິລະ​ປະ​ຫວຽດນາມ ​ແລະ ​ແນະນຳ​ບັນດາ​ເຍື່ອງ​ອາຫານ​ພິ​ເສດສະ​ເພາະ​ຂອງ​ຊາດ. ​ເມື່ອ​ເຂົ້າຢ້ຽມ​ຊົມຮ້ານ​ວາງສະ​ແດງ​ເຄື່ອງ​ຫັດຖະກຳ​ສິລະ​ປະ​ຫວຽດນາມ, ພັນ​ລະ​ຍາ​ຂອງ​ປະທານາທິບໍດີປາ​ກີ​ສະຖານ Mamnoon Hussain ​ແລະ ບັນດາ​ແຂກ​ສາກົນ​ໄດ້​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ສີມື​ຄ່ອງ​ແຄ້ວ ​ແລະ ຄວາມ​ສາມາດ​ຂອງ​ຊາວ​ຫວຽດນາມ. ງານ​ຕະຫຼາດນັດ​ກຸສົນ ​ໂດຍ PFOWA ຈັດ​ຂຶ້ນ​ເປັນ​ປະຈຳ​ປີ​ດ້ວຍ​ຈຸ​ດ ປະສົງ​ຕົ້ນຕໍ​ແມ່ນ​ເພື່ອ​ບໍລິຈາກ, ຊ່ວຍ​ເຫຼືອ​ຄົນ​ທຸກ​ຍາກ, ຄົນ​ພິການ, ຄົນ​ອາພັບ​ໃນ​ສັງຄົມ, ສ້າງ​ເງື່ອ​ນໄຂອຳນວຍ​ຄວາມ​ສະດວກ ໃຫ້​ແກ່​ເຂົາ​ເຈົ້າ​ໃນ​​ການ​ສຶກສາ, ສົ່ງ​ເສີມ​ສຸຂະພາບ​ກ່ວາ​ອີກ​ …. ​​ໃນ​ງານ​ຕະຫລາດ​ນັດ​ປີ​ນີ້, ສະຖານທູດ​ຫວຽດນາມ ບໍລິຈາກ​ເງິນ​ໄດ້ 50.000 rupee (ສະກຸ​ນເງິນ​ປາ​ກີ​ສະຖານ)./.

ຂ່າວ/ບົດ​ອື່ນ