ຫວຽດນາມເຂົ້າຮ່ວມງານ ຕະຫຼາດນັດການຄ້າ ສາກົນອິນເດຍຄັ້ງທີ 34


 ຫວຽດນາມເຂົ້າຮ່ວມງານ ຕະຫຼາດນັດການຄ້າ ສາກົນອິນເດຍຄັ້ງທີ 34 - ảnh 1

(ພາບ: Đăng Chính/Vietnam+)

(vovworld)- ​ ວັນ​ທີ 14/11, ງານ​ຕະຫຼາດນັດ​ການ​ຄ້າສາກົນອິນ​ເດຍ (IITF) ຄັ້ງທີ 34 ດ້ວຍ​ຫົວ​​ເລື່ອງ: “ບັນດາ​ນັກທຸລະກິດ​ຍິງ“ ​ໄດ້​​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ນິວ​ເດ​ລີ ປະ​ເທດ​ອິນ​​ເດຍ. ນີ້​ແມ່ນ​ເຫດການ​ໂດຍ​ອົງການ​ສົ່ງ​ເສີມ​ການ​ຄ້າ​ອິນ​ເດຍ ຈັດ​ຂຶ້ນ​ເປັນ​ປະຈຳ​ປີ. ງານ​ຕະຫຼາດນັດ​ປີ​ນີ້​ແນ່​ໃສ່​ຈຸ​ດປະສົງ​ສະ​ແດງ​ມ​ໃຫ້​ເຫັນ​ທີ່​ຕັ້ງສຳຄັນ​ຂອງ​ແມ່​ຍິງ​ໃນ​ທຸ​ກສັງຄົມ​ສີວິ​ໄລ. ນອກຈາກ​ບັນດາ​ບໍລິສັດ, ວິ​ສາຫະກິດ​ອິນ​ເດຍນັບ​ພັນ​ແຫ່ງ, ຍັງ​ມີ 25 ປະ​ເທດ​ເຂົ້າຮ່ວມ​ IITF ປີ​ນີ້, ​ໃນ​ນັ້ນມີ​ຫວຽດນາມ, ຈີນ, ​ເຢຍລະ​ມັນ, ກູ​ບາ, ອີ​ຢີບ, ​ໄທ, ມາ​ເລ​ເຊຍ…

   ຮ້ານ​ວາງສະ​ແດງ​ເຄື່ອງ​ຫັດຖະກຳ​ສີ​ລະ​ປະ​ຂອງ​ຫວຽດນາມ​ ໄດ້​ດຶງ​ດູດຄວາມ​ສົນ​ໃຈ​ຈາກ​ຜູ້​ເຂົ້າຮ່ວມ​ງານ​ຕະຫຼາດນັດ​ເປັນ​ຈຳນວນ​ຫຼວງ​ຫຼາຍ./.

ຂ່າວ/ບົດ​ອື່ນ