ຫວຽດນາມເຂົ້າຮ່ວມງານຕະຫລາດນັດການກໍ່ສ້າງສາກົນຢູ່ກູຍບາ

ຫວຽດນາມເຂົ້າຮ່ວມງານຕະຫລາດນັດການກໍ່ສ້າງສາກົນຢູ່ກູຍບາ - ảnh 1
ຄະນະປະຕິບັດງານ ບໍລິ​ສັດ​ໃຫຍ່ Viglacera
(ພາບ: baomoi)

(vovworld) - ​ ງານ​ຕະຫລາດ​ນັດ​​ກໍ່​ສ້າງສາ​ກົນ ກູ​ຍບາ “FECONS 2016”, ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 05 – 09/04 ຢູ່​ນະຄອນຫລວງ La Habana ​ໄດ້ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ​ປະມານ 200 ​ແຫ່ງ​ທີ່​ມາ​ຈາກ 29 ປະ​ເທດ​ໃນ​ໂລກ, ​ໃນ​ນັ້ນ​ມີ​ການ​ເຂົ້າ​ຮ່ວມ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ບັນດາ​ບໍລິສັດ​ກໍ່ສ​້າງ ຫວຽດນາມ. ຕາງໜ້າ​ໃຫ້​ກະຊວງ​ກໍ່ສ້າງ ຫວຽດນາມ, ບໍລິ​ສັດ​ໃຫຍ່ Viglacera ວາງສະ​ແດງ​ບັນດາ​ຜະລິດ​ຕະພັນ ​ເຄື່ອງ​ເຄືອບ​ອະນາ​ໄມ, ກາ​ໂລ, ​ແກ້ວ​ກໍ່ສ້າງ ​ແລະ ອຸປະ​ກອບ​ບົວ​ອາບ​ນ້ຳ ອັນ​ໄດ້​ດຶງ​ດູດ​ເຈົ້າ​ໜ້າ​ທີ່, ນັກທຸລະກິດ ​ແລະ ຜູ້​ມາ​ຊົ​ມ​ເປັນຈຳນວນ​ຫລວງຫລາຍ​. ຢູ່ນອກ​ງານ​ຕະຫລາດນັດ, Viglacera ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ສົ່ງ​ອອກ - ນຳ​ເຂົ້າວັດ​ສະ​ດຸ​ການ​ກໍ່ສ້າງ​ກັບ​ບໍລິສັດ IMCO ທີ່ຂຶ້ນ​ກັບ​ກະຊວງ​ກໍ່​ສ້າງ ກູ​ຍບາ ​ແລະ ​ຕົກລົງ​ຮ່ວມ​ມື​ສ້າງ​ຕັ້ງບໍລິສັດ​ຮ່ວມ​ທຸລະ​ກິດ​ກັບ​ກຸ່ມ​ບໍລິສັດ GEICON ຂອງ ກູ​ຍບາ.

ຂ່າວ/ບົດ​ອື່ນ