ຫວຽດນາມເຂົ້າຮ່ວມງານຕະຫລາດນັດການຄ້າKampongSpeu2015

ຫວຽດນາມເຂົ້າຮ່ວມງານຕະຫລາດນັດການຄ້າKampongSpeu2015 - ảnh 1
ພາບ:TTXVN
 (vovworld)- ​ ງານ​ຕະ​ຫລາດ​ນັດ​ການ​ຄ້າ Kampong Speu ​ປີ 2015 ຖືກໄຂ​ຂຶ້ນ​ໃນ​ວັນ​ທີ 11/3 ຢູ່​ເທດ​ສະ​ບານ Kampong Speu ​ແຂວງ Kampong Speu ປະ​ເທດກຳ​ປູ​ເຈຍ. ກ່າວ​ຄຳ​ເຫັນ​ໄຂ​ງານ​ຕ​ະຫລາດ​ນັດ, ທ່ານ Sun Chanthol, ລັດ​ຖະ​ມົນ​ຕີວ່າ​ການ​ກະ​ຊວງ​ການ​ຄ້າ ກຳ​ປູ​ເຈຍ ໄດ້​ຕີ​ລາ​ຄາ​ສູງ​ເລື່ອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ເຂົ້າ​ຮ່ວມ​ງານ​ຕະ​ຫລາດ​ນັດ, ສ້າງ​ກາ​ລະ​ໂອ​ກາດ​ສົ່ງ​ເສີມ, ຊອກ​ຮູ້​ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລົງ​ທຶນ​ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ ກຳ​ປູ​ເຈຍ ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ຫວີງ​ລອງ​ຂອງ​ຫວຽດ​ນາມ. ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ວິ​ສ​າ​ຫະ​ກິດ ຫວີງ​ລອງ ຢູ່ ງານ​ຕະ​ຫ​ລາດ​ນັດ​ຄັ້ງ​ນີ້ ​ເປັນ​ການ​ພິ​ສູດ​ໃຫ້​ເຫັນ​ຄວາ​ມມາ​ນະ​ພະ​ຍາ​ຍາມ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ສອງ​ແຂວງ ໃນ​ການ​ປັບ​ປຸງ​ສາຍ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ຄວາມ​ສາ​ມັກ​ຄີ​ທີ່​ເປັນ​ມູນ​ເຊື້ອ ເພື່ອ​ການ​ພັດ​ທະ​ນາ​ລວ​ມ​ລະ​ຫວ່​າງ​ສອງ​ແຂວງ​ເວົ້າ​ສະ​ເພາະ ແລະ ລະ​ຫວ່າງ​ກຳ​ປູ​ເຈຍ ແລະ ຫວຽດ​ນາມ ເວົ້າ​ລວ​ມ.

ງານ​ຕະ​ຫລາດ​ນັດ​ການ​ຄ້າ Kampong Speu ​ດຳ​ເນ​ີນ​ໄປ​ໃນ​ໄລ​ຍະ 3 ​ວັນ. ມີ​ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ 80 ຮ້ານ ຂອງ​ບັນ​ດາ​ວິ​ສ​າ​ຫະ​ກິດ ກຳ​ປູ​ເຈຍ ແລະ ຫວຽດ​ນາມ ​ຈະ​ແນະ​ນຳ​ຜະ​ລິດ​ຕະ​ພັນ​ກະ​ເສດ, ວັດ​ສະ​ດຸກໍ່​ສ້າງ, ເຄື່ອງ​ໃຊ້​ສອຍ, ບໍ​ລິ​ການ​ກະ​ສິ​ກຳ ແລະ ການ​ເງິນ, ທະ​ນາ​ຄານ.

 

ຂ່າວ/ບົດ​ອື່ນ