ຫວຽດນາມເຂົ້າຮ່ວມງານຕະຫລາດນັດໃຫຍ່ກ່ວາໝູ່ຂອງໂລກກ່ຽວກັບອຸດສາຫະກຳສະບຽງອາຫານຢູ່ຝະລັ່ງ

ຫວຽດນາມເຂົ້າຮ່ວມງານຕະຫລາດນັດໃຫຍ່ກ່ວາໝູ່ຂອງໂລກກ່ຽວກັບອຸດສາຫະກຳສະບຽງອາຫານຢູ່ຝະລັ່ງ - ảnh 1
ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ​

(vovworld) – ​ ​ໃນ​ລະ​ຫວ່າງ​ວັນ​ທີ 16 - 20/10/2016, ວິ​ສາ​ຫະກິດ ຫວຽດນາມ ​ເກືອບ 30 ​ແຫ່ງ​ໄດ້​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ​ສາກົນ​ອຸດສາຫະກ​ຳສະບຽງ​ອາຫານ (SIAL) ຢູ່ Paris, ຝະລັ່ງ. ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ​ແມ່ນ​ ເຄື່ອນ​ໄຫວ​ໃນ 6 ຂະ​ແໜງ​ສິນຄ້າ ​ເຊິ່ງ ຫວຽດນາມ ມີ​ທ່າ​ແຮງ​ສົ່ງ​ອອກ​ຕະຫລາດ ​ເອີ​ລົບ: ລວມມີເຂົ້າສານ ​ແລະ ບັນດາ​ຜະລິດ​ຕະພັນ​ຈາກ​ເຂົ້າ, ນ້ຳ​ເຜີ້ງ, ໝາກມ່ວງ​ຫິມະພານ, ໝາກພິກ​ໄທ, ໝາກ​ພ້າວ, ໝາກ​​ໄມ້, ດ້ວຍ​ເນື້ອ​ທີ່ວາງສະ​ແດງ 250 m2. ​ເລື່ອງ ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ ​ SIAL Paris ​ແມ່ນ​ໜຶ່ງ​ໃນ​ບັນດາ​ເຫດການ​ສຳຄັນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂຶ້ນ​ກັບ​ແຜນການ​ສ້າງ​ຍຸດ​ທະ​ສາດ​ເຄື່ອງໝາຍ​ການ​ຄ້າ​​ແຫ່ງ​ຊາດ​ໃຫ​້ຂະ​ແໜງ​ອຸດສາຫະກຳ​ສະບຽງ​ອາຫານ​ຂອງ ຫວຽດນາມ , ພິ​ເສດ​ແມ່ນ​ຢູ່​ຕະຫລາດ ອີ​ຢູ, ດ້ວຍ​ຈຸດໝາຍ​ແມ່ນ​ກໍ່ສ້າງ ​ແລະ ​ໂຄສະນາ​ຮູບ​ພາບລວມ, ​ເປັນ​ເອກະ​ພາບ​ໃຫ້​ຂະ​ແໜງ​ສະບຽງ​ອາຫານ​ຂອງ ຫວຽດນາມ ​ໃນ​ຕະຫລາດ​ສາກົນ, ສ້າງ​ອິດທິພົນ​ຊື່​ສຽງ​ກ່ຽວ​ກັບ​ຄຸນ​ນະພາ​ບ ​ແລະ ມູນ​ຄ່າ​ສະບຽງ​ອາຫານ ຫວຽດນາມ. ທ່ານ ຫງວຽນ​ງ້ອກ​ເຊີນ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຝະລັ່ງ ​ໃຫ້​ຮູ້​ວ່າ:

        “​ໃນ​ຊຸ​ມປີ​ກ່ອນ ພວກ​ເຮົາ​ເຂົ້າ​ຮ່ວມ​ງານ​ຕະຫລາດ​ນັດດ້ວຍ​ຈຳນວນ​ບໍ່​ຫລາຍ​ເມື່ອ​ທຽບ​ໃສ່​ປີ​ນີ້. ປີ​ນີ້​ມີ​ວິ​ສາ​ຫະກິດ​ສົ່ງ​ອອກຕົ້        ນຕໍ​ ​ໃນ​ບັນດາ​ຂະ​ແໜງ​ມີ​ທ່າ​ແຮງເກືອບ 30 ​ແຫ່ງ. ​ເພາະສະ​ນັ້ນ ຂ້າພະ​ເຈົ້າ​ຫວັງ​ວ່າ ຄັ້ງນີ້​ຈະ​ເປີດ​ແງ່​ຫວັງ ​ເພີ່ມ​ທະວີ​ການ​ສົ່ງ​ອອກ​ໄປ​ຍັງ ຝະລັ່ງ ​ເວົ້າ​ສະ​ເພາະ ​ແລະ ​ເອີ​ລົບ​ເວົ້າ​ລວມ. ​ຜ່ານ​ການຢ້ຽມ​ຊົມ​ບັນດາ​ຮ້ານວາງສະ​ແດງ, ຂ້າພະ​ເຈົ້າ​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ ​ແລະ​ ​ເອກອ້າງ​ທະ​ນົງ​ໃຈ ​ເມື່ອ​​ເຫັນ​ວ່າ ບັນດາ​ປະ​ເພ​ດສິນຄ້າ​ຂອງພວກ​ເຮົາ ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ, ຕອບ​ສະໜອງ​ໄດ້​ຄວາມ​ຮຽກ​ຮ້ອງຕ້ອງການ​ຢູ່ ​ເອີ​ລົບ​. ຫວັງ​ວ່າ ​ໃນ​​ໄລຍະ​ຈະ​ມາ​ເຖິງ ຫວຽດນາມ ຈະ​ເພີ່ມ​ປະລິມານ​ການ​ສົ່ງ​ອອກ​ ​ໄປ​ຍັງ ຝະລັ່ງ ບໍ່​ພຽງ​ແຕ່​ບັນລຸ​ມູນ​ຄ່າ 4 ຕື້ USD ​ເທົ່າ​ນັ້ນ ຫາກ​ຍັງ​ເພີ່ມ​ຂຶ້ນ 5 6 ຕື້ USD ​ໃນ​ໄລຍະ​ຈະ​ມາ​ເຖິງ​ອີກ​ດ້ວຍ.  

 

 

 

 


 

 

 

 

ຂ່າວ/ບົດ​ອື່ນ