ຫວຽດນາມເຂົ້າຮ່ວມງານຕະຫຼາດນັດກຸສົນສາກົນຢູ່ອິນເດຍ

ຫວຽດນາມເຂົ້າຮ່ວມງານຕະຫຼາດນັດກຸສົນສາກົນຢູ່ອິນເດຍ - ảnh 1
ງານ​ຕະຫຼາດນັດ​ກຸສົນ​ສາກົນ​ Bazaar
​ຢູ່​ນະຄອນຫຼວງ ນິວ​ເດ​ລີ, ​ປະ​ເທດ​ອິນ​ເດຍ
(ພາບ: vietnam+)

(vovworld) - ວັນ​ທີ 13/12, ​ງານ​ຕະຫຼາດນັດ​ກຸສົນ​ສາກົນ​ Bazaar  ​ໄດ້ດຳ​ເນີນ​ຢູ່​ນະຄອນຫຼວງ ນິວ​ເດ​ລີ, ​ປະ​ເທດ​ອິນ​ເດຍ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ສະຖານທູດ​ປະ​ເທດ​ຕ່າງໆ​, ພ້ອມ​ກັບ​ແຂກ​ມາ​ຢ້ຽມຢາມ​ນັບ​ພັນ​ເທື່ອ​ຄົນ. ທີ່​ງານ​ຕະຫຼາດນັດ, ຮ້ານ​ສິນຄ້າ​ຂອງ​ຫວຽດນາມ​ ​ໄດ້​ແນະນຳ​ຜະລິດ​ຕະພັນ​ຫັດຖະກຳ​ສິລະ​ປະ​ຫຼາຍປະ​ເພດ, ​ເຊັ່ນ: ກັບ, ກາ​ເຟ, ​ເຄື່ອງຈັກ​ສານດ້ວຍ​ຫວາຍ​ແລະໄມ້​ໄຜ່, ພາບ​ສີ​ຂັດ​ມັນ… ​ໄດ້​ດຶງ​ດູດ​ແຂກ​ມາ​ຢາມ ​ແລະ ຊື້​ເປັນ​ຈຳນວນ​ຫຼວງ​ຫຼາຍ. ພິ​ເສດ​ແຂກ​ນິຍົມ​ອາຫານ​ທີ່​ເປັນ​ເອກະລັກ​ສະ​ເພາະ​​ສອງ​ເຍື່ອງຂອງ​ ຫວຽດນາມ, ​ເຊັ່ນ​ເຝີ ​ແລະ ​ແນມ​ຈື່​ນ. ງານ​ຕະຫຼາດນັດ​ກຸສົນ​ສາກົນ​ Bazaar ​ແມ່ນ​ການ​ເຄື່ອນ​ໄຫວ​ປະຈຳ​ປີ​ຂອງ​ຄະນະ​ທູຕານຸທູດ​ຢູ່​ອິນ​ເດຍ, ຖືກ​ຈັດ​ຂຶ້ນ​ໃນ​ໂອກາດ​ທ້າຍ​ປີ, ​ໂດຍ​ສະຫະພັນ​ແມ່ຍິງ​ກຸ່ມ​ວັດທະນາ​ຖາວອນ​ລວມຢູ່​ ນິວ​ເດ​ລີ​ຈັດ​ຕັ້ງ.

ຂ່າວ/ບົດ​ອື່ນ