ຫວຽດນາມເຂົ້າຮ່ວມງານຕະຫຼາດນັດການຄ້າສາກົນຢູ່Accenta2014

ຫວຽດນາມເຂົ້າຮ່ວມງານຕະຫຼາດນັດການຄ້າສາກົນຢູ່Accenta2014 - ảnh 1
ທ່ານ ເຈືອງກວາງຮ່ວາຍນາມ, ປະທານຄະນະກຳມະການປະຊາຊົນແຂວງ ເກີນເທີ ກ່າວຄຳເຫັນທີ່ພິທີໄຂງານຕະຫຼາດນັດ
(ພາບ: Hương Giang/Vietnam+)

(vovworld) – ງານ​ຕະຫຼາດນັດ​ການ​ຄ້າ​ສາກົນຢູ່ Accenta 2014 ຄັ້ງ​ທີ 69 ຖືກ​ຈັດ​ຕັ້ງ​​ໃນ​ລະຫວ່າງ​ວັນ​ທີ 6 – 14/9, ຢູ່​ນະຄອນ Ghent, ຂຶ້ນ​ກັບ​ແຂວງ Flanders ຕາ​ເວັນ​ອອກ​ຂອງ ​ແບນ​ຊິກ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ເຫ​ດການ​ການ​ຄ້າ​ໃຫຍ່​ຂອງ ​ເອີ​ລົບ ​ແລ​ະ ​ແມ່ນ​ການ​ເຄື່ອນ​ໄຫວ​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ເຂດ Flanders ​ເວົ້າ​ສະ​ເພາະ ​ແລະ ​ແບນ​ຊິກ​ເວົ້າ​ລວມ.

        ນະຄອນ ​ເກີນ​ເທີ ຕາງ​ຫນ້າປະ​ເທດ ຫວຽດນາມ​ເຂົ້າ​ຮ່ວມ​ງານ​ຕະຫຼາ​ດນັດ, ດ້ວຍ​ຮ້ານ​ວາງສະ​ແດງ 38 ຮ້ານ​ທີ່​ແນະນຳ​ບັນດາ​ປະ​ເພດ​ສິນຄ້າ​ຄື: ສິນ​ໃນ​ນ້ຳ, ຊາ, ກາ​ເຟ, ຜະລິດ​ຕະພັນ​ກະ​ເສດ​ປຸງ​ແຕ່ງ, ​ເຄື່ອງຕຳ່​ແຜ່ນຕັດຫຍິບ, ​ເຄື່ອງ​ສິລະ​ປະຫັດ​ຖະກຳ, ອຸດສາຫະກຳ​ປຸ່ງ​ແຕ່ງ. ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ປີ​ນີ້, ​ແຂວງ ​ເກີນ​ເທີ ປາດ​ຖະໜາ​ຢາກ​ສົ່ງ​ເສີມ, ​ໂຄສະນາ​ເຜີ​ຍ​ແຜ່, ​ແນະນຳ​ພາບພົດ​ປະ​ເທດ​ຊາດ - ຊາວ ຫວຽດນາມ ​ແລະ ຄວາມ​ສາມາ​ດບົ່ມ​ຊ້ອນ​ພັດທະ​ນາ​ຂອງ​ນະຄອນ, ບັນດາ​ແຂວງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳຂອງ ​ເຖິງ​ບັນດາ​ສະຫະ​ສະມາຄົມ​ວິ​ສາ​ຫະກິດ, ບັນດາ​ນັກ​ນຳ​ເຂົ້າ, ບັນດາ​ນັກລົງທຶນ​ຢູ່ ​ແບນ​ຊິກ ​ເວົ້າ​ສະ​ເພາະ ​ແລະ ​ເອີ​ລົບ​ເວົ້າ​ລວມ.


ຂ່າວ/ບົດ​ອື່ນ