ຫວຽດນາມເຂົ້າຮ່ວມງານຕະຫຼາດນັດຊາ,ກາເຟສາກົນໃຫຍ່ທີ່ສຸດຂອງອາຊີປີ2017

ຫວຽດນາມເຂົ້າຮ່ວມງານຕະຫຼາດນັດຊາ,ກາເຟສາກົນໃຫຍ່ທີ່ສຸດຂອງອາຊີປີ2017 - ảnh 1
ຫວຽດນາມເຂົ້າຮ່ວມງານຕະຫຼາດນັດຊາ, ກາເຟສາກົນປີ2017
(ພາບ: TTXVN)


(vovworld) - ງານ​ຕະ​ຫຼາດ​ນັດຊາ, ກາ​ເຟ​ສາ​ກົນ​ໃຫຍ່​ທີ່​ສຸດ​ຂອງ​ອາ​ຊີ (ICT) 2017 ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 02/03, ຢູ່​ສິງ​ກະ​ໂປ, ໄດ້​ດຶງ​ດູດ​​ວິ​ສາ​ຫະ​ກິດ, ນັກ​ແຈກ​ຢາຍ ຂອງ 22 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ ​ເກືອບ 200 ແຫ່ງ. ຫວຽດ​ນາມ ມີ​ວິ​ສາ​ຫະ​ກິດ 8 ແຫ່ງ ເຂົ້າ​ຮ່ວມ​ການວາງ​ສະ​ແດງ ແລະ ແນະ​ນຳ​ຜະ​ລິດ​ຕະ​ພັນ​ທີ່​ງານ​ຕະ​ຫຼາດ​ນັດ​ຄັ້ງ​ນີ້. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ງານ​ຕະ​ຫຼາດ​ນັດ​ສາ​ກົນ​ສະ​ເພາະ​ຂະ​ແໜງ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ທ​ີ່​ສຸດ​ຢູ່​ອາ​ຊີ ເຊິ່ງ​ຖືກ​​ຈັດ​ຕັ້ງ​ປະ​ຈຳ​ປີ​ຢູ່​ສິງ​ກະ​ໂປ.  ບັນ​ດາ​ຜະ​ລິດ​ຕະ​ພັນ​ຕົ້ນຕໍ່​ທີ່​ນຳ​ມາ​ວາງ​ສະ​ແດງ​​ຢູ່​ງານ​ຕະ​ຫຼາດ​ນັດ ນັ້ນແມ່ນ: ກາ​ເຟ, ຊາ, ເຂົ້າ​ໜົມ ກ​ໍ​ຄື​ເຄື່ອງ​ປຸ້ງ​ແຕ່ງ​ກາ​ເຟ, ຊາ, ເຄື່ອງ​ດື່ມຊະ​ນິດ​ຕ່າງໆ.

        ງານ​ຕະ​ຫຼາດ​ນັດ​ແມ່ນ​​ໂອ​ກາດ​ທີ່​ດີ​ເພື່ອໃຫ້​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ​ວາງ​ສະ​ແດງ​ ແລະ ແນະ​ນຳ​ບັນ​ດາ​ຜ​ະ​ລິດ​ຕະ​ພັນ​ສົ່ງ​ອອກ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ຕ​ົນ​ໂດຍ​ກົງ ກໍ່​ຄື​ພົບ​ປະ, ແລກ​ປ່ຽນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ບັນ​ດາ​ນັກ​ນຳ​ເຂົ້າ ກໍ່​ຄື​ແຈກ​ຢາຍໃຫຍ່​ໃນ​ພາກ​ພື້ນ…

        ​ເລື່ອງຫວຽດ​ນາມ ​ເຂົ້າ​ຮ່ວມ​ບັນ​ດາ​ງານ​ຕະ​ຫຼາດ​ນັດຈະ​ຊ່ວຍ​ໃຫ້​ຫວຽດ​ນາມ ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງການ​ສ້າງ ແລະ ປົກ​ປ້ອງ​ເຄື່ອງໝາຍ​ການ​ຄ້າ, ຍົກ​ສູງ​ຄຸນ​ນະ​ພາບ, ​ການຫຸ້ມ​ຫໍ່ ແລະ ພັດ​ທະ​ນາ​ບັນ​ດາ​ຜະ​ລິດ​ຕະ​ພັນ​ໃໝ່​ໃຫ້​ເໝາະ​ສົມ​ກັບ​ທ່າ​ອ່ຽງ​ຂອງຂອງ​ຜູ້​ບໍ​ລິ​ໂພກ, ປະ​ກອບ​ສ່ວນ​ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຂອງ​ຫວຽດ​ນາມ ອອກ​ສູ່​ຕະ​ຫຼາດ​ສາ​ກົນ ແລະ ໂລກ.


ຂ່າວ/ບົດ​ອື່ນ