ຫວຽດນາມເຂົ້າຮ່ວມງານຕະຫຼາດນັດສາກົນລາຮາວານ

ຫວຽດນາມເຂົ້າຮ່ວມງານຕະຫຼາດນັດສາກົນລາຮາວານ - ảnh 1

(ພາບປະກອບ)

(vovworld) – ວັນ​ທີ 02/11, ງານ​ຕະຫຼາດນັດ​ສາກົນ​ລາ​ຮາ​ວານ ຄັ້ງ​ທີ 33 – FIHAV 2015 ຖືກ​ໄຂ​ຂຶ້ນ​ຢ່າງ​​ເປັນ​ທາງ​ການຢູ່​ກຸຍ​ບາ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ​ທີ່​ມາ​ຈາກກວ່າ 70 ປະ​ເທດ ​ແລະ ​ເຂດ​​ແຄ້ວ​ນ​ໃນ​ໂລກ, ​ໃນ​ນັ້ນ​ມີ​ຫວຽດນາມ. ກ່າວ​ຄຳ​ເຫັນ​ໄຂ​ງານ​ຕະຫຼາດນັດ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຕ່າງປະ​ເທດ ​ແລະ ລົງທຶນ​ຕ່າງປະ​ເທດ​ກຸຍບາ Rodrigo Malmierca ​ໄດ້​ເນັ້ນ​ໜັກວ່າ ​ຈຳນວນ​ວິ​ສາ​ຫະກິດ​ເຂ​ົ້າຮ່ວມ​ຫຼາຍ​ທີ່​ສຸດ​ໃນ​ໄລ​ຍະ 15 ປີຜ່ານມາ​ຂອງ​ງານ​ຕະຫຼາດນັດ​ຄັ້ງ​ນີ້ ​ແມ່ນ​ສິ່ງ​ພິສູດ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ຄວາມ​ເຊື່ອ​ໝັ້ນ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ປະຊາ​ຄົມ​ສາກົນ ທີ່​ມີ​ຕໍ່ຕະຫຼາດ​ກຸຍບາ.

      ຕາມ​ລາຍການ​ເປັນ​ທາງ​ການຂອງ​ງານ​ຕະຫຼາດນັດ, ​ໃນ​ລະຫວ່າງ​ວັນ​ທີ 03 – 04/11, ຈະ​ດຳ​ເນີນ​ບັນດາ​ເຫດການ “ວັນ​ຫວຽດນາມ” ​ແລະ ກອງປະຊຸ​ມສຳ​ມະ​ນາ​ວິ​ສາ​ຫະກິດ​ກຸຍ​ບາ - ຫວຽດນາມ ຕາມ​ລຳດັບ.

ຂ່າວ/ບົດ​ອື່ນ