ຫວຽດນາມເຂົ້າຮ່ວມງານຕະຫຼາດນັດເຄື່ອງສິລະປະຫັດຖະກຳລາວ2015

ຫວຽດນາມເຂົ້າຮ່ວມງານຕະຫຼາດນັດເຄື່ອງສິລະປະຫັດຖະກຳລາວ2015 - ảnh 1
(ຮ້ານ​ວາງສະ​ແດງ​ຂອງ​​ຫວຽດນາມ)

(vovworld) – ຕອນ​ບ່າຍ​ວັນ​ທີ 30/10, ຢູ່​ນະຄອນຫຼວງ​ວຽງ​ຈັນ, ລາວ, ​ໄດ້​ໄຂງານ​ຕະຫຼາດນັດເຄື່ອງສິລະ​ປະ​ຫັດ​ຖະ​ກຳລາວ ຄັ້ງ​ທີ 14. ງານ​ຕະຫຼາດ​ນັດ​ໄດ້​ດຶງ​ດູ​ດການ​ເຂົ້າ​ຮ່ວມ​ຂອງ​​ຫວຽດນາມ, ບາງ​ປະ​ເທດ​ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື. 255 ຮ້ານ​ວາງສະ​ແດງທີ່​ງານ​ຕະຫຼາດນັດ​ແມ່ນ​ບັນ​ດາຜະລິດ​ຕະພັນ​ຫັດ​​ຖະ​ກຳທີ່​​ເປັນ​ມູນ​ເຊື້ອ​ຂອງ​ລາວ ​ແລະ ບັນດາ​ປະ​ເທດ​ອາ​ຊຽນ. ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ, ​ເອື້ອຍ ຫວູກິມທູ, ຜູ້ຕາງ​ໜ້າ​ບໍລິ​ສັດ​ຜະລິດເຄື່ອງສິລະ​ປະ​ຫັດ​ຖະ​ກຳ ຊວນ​ຫວຽດຂອງ ຫວຽດນາມ ​ໃຫ​້ຮູ້​ວ່າ.

      “ພວກ​ຂ້າພະ​ເຈົ້າ​ໄດ້​ແນະນຳ​ບັນດາ​ຜະລິດ​ຕະພັນ​ມີ​ລັກສະນະ​ສິລະ​ປະ​ສູງ, ມີ​ມູນ​ຄ່າ​ສູງ, ກໍ​ຄື​​ຊັບພະຍາກອນ​ຄື ເພດ​ມະນີ, ​ໂລ​ຫະຂອງ​ຫວຽດນາມ. ພວກ​ຂ້າພ​ະ​ເຈົ້າ​ປາດ​ຖະໜາ​ຢາກ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະຊາຊົນ​ທ້ອງ​ຖິ່ນ ​ແລະ ​ໃນ​ອະນາຄົດ​, ພວກ​ຂ້າພະ​ເຈົ້າ​ຢາກ​​ເປີດ​ກວ້າງ​​ໄປ​ສູ່​ຕະຫຼາດ​ລາວ​​”.

      ນອກຈາກ​ບັນດາ​ຮ້ານ​ວາງ​ສະ​ແດງ, ຂາຍ​​ຜະລິດ​ຕະພັນຕ່າງໆ. ງານ​ຕະຫຼາດນັດ​ຍັງ​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຄື: ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ຂົງ​ເຂດສິລະ​ປະ​ຫັດ​ທະ​ກຳ, ຜະລິດ​ບັນດາ​ເຄື່ອງສິລະ​ປະ​ຫັດ​ຖະ​ກຳ, ການ​ແຂ່ງ​ຂັນສິນຄ້າສິລະ​ປະ​ຫັດ​ຖະ​ກຳ, ການສະ​ແດງ​ຊຸ​ດອາພອນປະຈຳ​ເຜົ່າ​ຂອງ​ບັນດາອາ​ຊຽນ. ງານ​ຕະຫຼາດນັດ​ໄດ້​ເປີດ​ປະຕູ​ຮອດ​ວັນ​ທີ 03/11.

ຂ່າວ/ບົດ​ອື່ນ