ຫວຽດນາມເຂົ້າຮ່ວມງານບຸນທະເລກຳປູເຈຍ2015

ຫວຽດນາມເຂົ້າຮ່ວມງານບຸນທະເລກຳປູເຈຍ2015 - ảnh 1
ງານ​ບຸນ​ທະ​ເລ ກຳປູ​ເຈຍ (Festival Sea Cambodia) 2015
(ພາບ: vietnam+)

(vovworld) – ງານ​ບຸນ​ທະ​ເລ ກຳປູ​ເຈຍ (Festival Sea Cambodia) 2015 ດ້ວຍ​ຫົວ​ຂໍ້ “ອ່າວສົດ​ໃສ​ສະອາດ, ​ເສດຖະກິດປອດ​ໃສ” ຖື​ກ​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 12/12 ຢູ່​ນະຄອນ​ທະ​ເລ Kampot ຂຶ້ນ​ກັບ​ແຂວງ Kampot ຂອງ ກຳປູ​ເຈຍ. ​ເຂົ້າ​ຮ່ວມ​ງານ​ບຸນ ມີ​ບັນດາ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ ກຳປູ​ເຈຍ, ຫວຽດນາມ, ອິນ​ໂດ​ເນ​ເຊຍ, ​ໄທ, ມາ​ເລ​ເຊຍ, ພ້ອມ​ກັບ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ​ນັບ​ພັນ​​ຄົນ. ​ໃນ 3 ວັນ​ຈັດ​ຕັ້ງ​ງານ​ບຸນ (​ແຕ່ວັນ​ທີ 11 –  ວັນ​ທີ13/12), ​ໄດ້​ດຳ​ເນີນການ​ເຄື່ອນ​ໄຫ​ວຟົດ​ຟື້ນ​ຫລາຍ​ຢ່າງ​ຄື: ງານ​ຕະຫລາດນັດ​ທ່ອງ​ທ່ຽວ - ອາຫານການ​ກິນ​, ລາຍການດົນຕີ​ປະສານ​ສຽງ, ສະ​ແດງ​ສິລະ​ປະ, ​ແຂ່ງຂັນ​ກິລາ…​ແຂວງ ກຽນ​ຢາງ, ລອງ​ອານ, ​ເກີ່​ນ​ເທີ ທີ່ເຂົ້າ​ຮ່ວມ​ງານ​ບຸນ​ທະ​ເລ ກຳປູ​ເຈຍ ຄັ້ງ​ນີ້ ດ້ວຍ​ບັນດາ​ຮ້ານ​ວາ​ງສະ​ແດງ​ແນະນຳ​ການທ່ອງທ່ຽວ, ​​ເພື່ອ​ແນ​ໃສ່​ມຸ່ງ​​ໄປ​ເຖິງ​​ເຊື່ອມ​ຕໍ່​ການທ່ອງທ່ຽວ​ລະຫວ່າງ​ທ້ອງ​ຖິ່ນ​ຕ່າງໆ​ຂອງ ຫວຽດນາມ ກັບ ກຳປູ​ເຈຍ ​ແລະ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ