ຫວຽດນາມເຂົ້າຮ່ວມງານບຸນວັດທະນະທໍາອາຊີ

(VOVWORLD) -ໃນລະຫວ່າງວັນທີ 27 – 28 ກໍລະກົດ ໄດ້ດໍາເນີນງານບບຸນ ຊຸມວັນທ້າຍອາທິດອາຊີ ຢູ່ນະຄອນຫຼວງ Bratislava ຂອງ ສະໂລວາກີ. ນີ້ເປັນຄັ້ງທໍາອິດ ທີ່ນະຄອນດັ່ງກ່າວ ໄດ້ສົມທົບກັບສະຖານທູດຂອງ 6 ປະເທດອາຊີ ເຊິ່ງລວມມີ ຫວຽດນາມ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ ແລະ ອິນໂດເນເຊຍ ຈັດຕັ້ງເຫດການດັ່ງກ່າວ, ເພື່ອແນໃສ່ແນະນໍາເຖິງມະຫາຊົນ ຈຸດວັດທະນະທໍາເປັນເອກະລັກສະເພາະ, ປະເທດຊາດ ແລະ ປະຊາຊົນຂອງແຕ່ລະປະເທດ.

ຫວຽດນາມເຂົ້າຮ່ວມງານບຸນວັດທະນະທໍາອາຊີ - ảnh 1 ການສະແດງສິລະປະຂອງຄະນະຫວຽດນາມຢູ່ງານບຸນວັດທະນະທໍາອາຊີ

ເຂົ້າຮ່ວມເຫດການ, ບັນດາລາຍການສະແດງສິລະປະຂອງຄະນະຫວຽດນາມໄດ້ຮັບຄວາມສົນໃຈຕິດຕາມຮັບຊົມ ແລະ ການຕົບມືຊົມເຊີຍຂອງຜູ້ເຂົ້າຮ່ວມທັງຫຼາຍ,  ພິເສດແມ່ນບັນດາຮ້ານວາງສະແດງອາຫານຂອງຫວຽດນາມ ໄດ້ດຶງດູດແຂກຄົນທັງຫຼາຍ. ຕາມທ່ານ ເຢືອງຈ້ອງມິນ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສະໂລວາກີ ໃຫ້ຮູ້ວ່າ:

        “ຊາວ ສະໂລວາກີ ຕີລາຄາສູງອາຫານການກິນຂອງຫວຽດນາມ. ປັດຈຸບັນ ຢູ່ນະຄອນ Bratislava ມີຮ້ານອາຫານຫວຽດນາມຫຼາຍແຫ່ງ, ເຊິ່ງໄດ້ແນະນໍາບັນດາເຍື່ອງອາຫານຂອງຫວຽດນາມຄື ເຝີ, ແນມ;  ຄົນ ສະໂລວາກີ ກໍຮູ້ຈັກເຖິງຊື່ເອີ້ນຂອງບັນດາເຍື່ອງອາຫານດັ່ງກ່າວເປັນພາສາຫວຽດ ແລະ ຍັງຮູ້ຕື່ມອີກວ່າ ເຝີແມ່ນໜຶ່ງໃນ 50 ເຍື່ອງອາຫານທີ່ແຊບນົວທີ່ສຸດໃນໂລກອີກດ້ວຍ”.

        ນອກຈາກການສະແດງບັນດາລາຍການສິລະປະແລ້ວ, ຄະນະຫວຽດນາມ ຍັງຈັດຕັ້ງບັນດາການເຄື່ອນໄຫວ ເພື່ອໂຄສະນາທ່າແຮງຂອງຂະແໜງການທ່ອງທ່ຽວ ຜ່ານການແນະນໍາບັນດາທັດສະນີຍະພາບທີ່ມີຊື່ສຽງຂອງປະເທດຕົນເຖິງຊາວປະຈໍາຖິ່ນ ແລະ ແຂກທ່ອງທ່ຽວ.


ຕອບກັບ

ຂ່າວ/ບົດ​ອື່ນ