ຫວຽດນາມເຂົ້າຮ່ວມງານບຸນໜັງສືພິມມະນຸດສະທຳຄັ້ງທີ86ຢູ່ຝລັ່ງ

ຫວຽດນາມເຂົ້າຮ່ວມງານບຸນໜັງສືພິມມະນຸດສະທຳຄັ້ງທີ86ຢູ່ຝລັ່ງ - ảnh 1
ຮ້ານວາງສະແດງຂອງໜັງສືພິມປະຊາຊົນ
( ພາບ: TTXVN )

(vovworld) - ງານ​ບຸນ​ໜັງສືພິມ​ມະນຸດສະທຳ​ຄັ້ງ​ທີ 86​ ຢູ່​ ຝລັ່ງຖືກ​ຈັດ​ຕັ້ງ​ຢູ່​ສວນສາທາລະນະ La Courneuve, ທາງ​ທິດ​ເໜືອ​ນະຄອນຫຼວງ ປາຣີ. ​ໃນ​ເນື້ອ​ທີ່​ກວ້າງ​ປະມານ 600 ຕາ​ແມັດ, ຮ້ານ​ວາງສະ​ແດງ​ຂອງ ຫວຽດນາມ ​ໄດ້​ແນະນຳ​ບັນດາ​ຜົນງານ​ພົ້ນ​ເດັ່ນ​ຂອງ ຫວຽດນາມ​ຜ່ານ 71 ປີ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ, ພິ​ເສດ​ແມ່ນ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່. ກ່າວ​ຄວາມ​ເຫັນ​ທີ່​ພິທີ​ໄຂ, ທ່ານ ຟານ​ຮູ​ຍຫຽນ, ຮອງ​ຫົວໜ້າ​ບັນນາທິການ​​ໃຫຍ່ໜັງສືພິມປະຊາຊົນ, ຕີ​ລາຄາ​ວ່າ, ຫວຽດນາມ ​ເຂົ້າ​ຮ່ວມ​ເຫດການ​ນີ້ ​ແມ່ນ​ໂອກາດ​ເພື່ອ​ຢືນຢັນ​ເຖິງ​ຄວາມ​ສາມັກຄີ, ສະໜິດ​ຕິດ​ພັນ, ຄວາມ​ບໍລິສຸດ​ລະຫວ່າງ​ນັກ​ກອມ​ມູນິດ ​ແລະ ປະຊາຊົນ ຫວຽດນາມ ກັບ​ນັກ​ກອມ​ມູນິດ ​ແລະ ປະຊາຊົນ ຝລັ່ງ.

        ທ່ານ Denis Rondepierre, ກຳມະການ​ກົມ​ການ​ເມືອງ ພັກ​ກອມ​ມູນິດ ຝລັ່ງ, ຖື​ວ່າ, ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ການ​ຕໍ່ສູ້​ຕ່າງໆ​ຂອງ​ບັນດານັກ​ກອມ​ມູນິດ ຝລັ່ງ, ພ້ອມ​ທັງ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເພື່ອ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ສອງ​ຊາດ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສອງ​ພັກ.

ຂ່າວ/ບົດ​ອື່ນ