ຫວຽດນາມເຂົ້າຮ່ວມງານບຸນໜັງສືພິມມະນຸດສະທຳຢູ່ຝລັ່ງ

ຫວຽດນາມເຂົ້າຮ່ວມງານບຸນໜັງສືພິມມະນຸດສະທຳຢູ່ຝລັ່ງ - ảnh 1
(ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວັດທະນະທຳ,
ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ​ເລ​ແຄ໋ງຫາຍ)


(vovworld) - ມີ​ຫຼາຍ​ຮູບ​ພາບ​ກ່ຽວ​ກັບ​ຫວຽດນາມ ​ຖືກ​ວາງສະ​ແດງ​ຢູ່​ເຂດ​ໂຄສະນາ​ການທ່ອງທ່ຽວ ​ແລະ ຮ້ານ​ວາງສະ​ແດງ​ຂອງ​ໜັງສືພິມ​ປະຊາຊົນ​ຢູ່ ງານ​ບຸນ​ໜັງສືພິມ​ມະນຸດສະທຳຄັ້ງ​ທີ 84 ທີ່​ດຳ​ເນີນ​ໃນ​ລະຫວ່າງວັນ​ທີ 12-14/9 ຢູ່​ສວນສາທາລະນະ La Courneuve, ຊານ​ນະຄອນຫຼວງ ປາຣີ. ​ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ “​ເຂດ​ວາງ​ສະ​ແດງ​ຂອງ​ວິ​ສາ​ຫະກິດ“, ​ເຂດ​ໂຄສະນາ​ການທ່ອງທ່ຽວ​ທີ່​ມີ​ຊື່ວ່າ “​ເຮືອນ​ຫວຽດນາມ“ ​ໄດ້​ດຶງ​ດູດ​ແຂກ​ສາກົນ​ມາ​ຢ້ຽມຢາມ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ຢູ່​ທີ່​ນີ້, ​ບັນດາ​ຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຫວຽດນາມ, ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ ພ້ອມ​ກັບ​ວັດຖຸ​ພັນ​ຕ່າງໆ​ຄື: ຄ້ອງ, ຕຸກ​ກະ​ຕາ​ນຳ້, ດອກ​ບົວ ​ໄດ້​ຮັບ​ການວາງສະ​ແດງ​ຢ່າງ​ສວຍ​ງາມ. ພິ​ເສດ​ບັນດາ​ນັກ​ສິນລະປິນ​ທີ່​ມາ​ຈາກ​ຫວຽດນາມ ​ໄດ້​ສະ​ແດງ​ບັນດາ​ບົດ​ດົນຕີ​ທີ່​ເປັນ​ມູນ​ເຊື້ອ ດ້ວຍ​ເຄື່ອງ​ດົນຕີ​ພື້ນ​ເມືອງ, ອັນ​ໄດ້​ສ້າງ​ບັນ​ຍາ​ກາດ​ຟົດ​ຟື້ນ ​ແລະ ດຶງ​ດູດ​ຜູ້​ຊົມ. ກ່າວ​ຄວາມ​ເຫັນ​ທີ່​ພິທີ​ເປີດ “​ເຮືອນ​ຫວຽດນາມ“, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ​ເລ​ແຄ໋ງຫາຍ, ​ເນັ້ນ​ໜັກ​ວ່າ:

  “ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດນາມ ​ຍາມ​ໃດ​ກໍ່​ກຳນົດ​ຝລັ່ງ​ແມ່ນ​ຕະຫຼາດ​ຈຸດ​ສຸມ. ​ແລະ​ງານ​ບຸນ​ໜັງສືພິມ​ມະນຸດສະທຳ ​ແມ່ນ​ເຫດການ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ, ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ທ່ອງ​ທ່ຽວ​ລະຫວ່າງ​ສອງ​ປະ​ເທດ. ນີ້​ກໍ່​ແມ່ນ​ໂອກາດ ​ເພື່ອ​ໃຫ້​ພວກ​ເຮົາ​ຫວນ​ຄືນ​ໄລຍະ​ທາງ​ພັດທະນາ​ລະຫວ່າງ​ສອງ​ປະ​ເທດ, ມຸ່ງ​ໄປ​ສູ່​ອະນາຄົດ, ດ້ວຍ​ແງ່​ຫວັງ​ຮ່ວມ​ມື​ທີ່​ດີກ​ວ່າ“.

ຂ່າວ/ບົດ​ອື່ນ