ຫວຽດນາມເຂົ້າຮ່ວມງານມະໂຫລານວິທະຍຸ - ໂທລະພາບກູບາ 2013

ຫວຽດນາມເຂົ້າຮ່ວມງານມະໂຫລານວິທະຍຸ - ໂທລະພາບກູບາ 2013 - ảnh 1
(VOV ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ກັບ​ສະ​ຖາ​ບັນ
ງານ​ມະ​ໂຫລານວິທະຍຸ - ​ໂທລະພາບ​ກູ​ບາ ​ຂອງ​ກູ​ບາ)

(vovworld) – ວັນ​ທີ 9/9, ຄະນະ​ຜູ້​ແທນ​ວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV) ​ໂດຍ​ທ່ານ ຫງວຽນ​ດັງ​ຕ໋ຽນ, ຜູ້ອຳນວຍການ​ໃຫຍ່ ​ເປັນ​ຫົວໜ້າ​ຄະນະ​ໄດ້​ເຂົ້າຮ່ວມ​ພິທີ​ໄຂ​ງານ​ມະ​ໂຫລານວິທະຍຸ - ​ໂທລະພາບ​ກູ​ບາ 2013, ​ເຊິ່ງຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ລາ​ຮາ​ວານ. ດ້ວຍ​ຫົວ​ຂໍ້​ວ່າ: “ການ​ກະທົບ​ຂອງວິທະຍຸ - ​ໂທລະພາບ​ສາທາລະນະ​ເຖິງ​ສັງຄົມ“. ງານ​ມະ​ໂຫລານ​ມີ​ການ​ເຂົ້າ​ຮ່ວມ​ຂອງ 40 ກຸ່ມ​ບໍລິສັດ​ສື່ສານ​ສາກົນ ​ແລະ ບັນດາວິທະຍຸ - ​ໂທລະພາບກູ​ບາ ດ້ວຍ​ຈຸດປະສົງ​ເນັ້ນ​ໜັກ​ເຖິງ​ບົດ​ບາດ​ຂອງ​ສື່ສານ, ພິ​ເສດ​ແມ່ນ​ຂອງວິທະຍຸ - ​ໂທລະພາບ ​ໃນ​ຊີວິດ​ທາງ​ດ້ານ​ການ​ເມືອງ, ​ເສດຖະກິດ, ສັງຄົມ​ຂອງ​ແຕ່ລະ​ປະ​ເທດ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ ​ແລະ ຮ່ວມ​ມື​ລະຫວ່າງ​ບັນດາວິທະຍຸ - ​ໂທລະພາບ ​ແນ​ໃສ່​ຕອບ​ສະໜອງ​ດ້ານ​ຂໍ້​ມູນ​ຂ່າວ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ມະຫາຊົນ.

​ໃນ​ຂອບ​ເຂດງານ​ມະ​ໂຫລານວິທະຍຸ - ​ໂທລະພາບ​ກູ​ບາ ຄັ້ງ​ນີ້, VOV ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ກັບ​ສະ​ຖາ​ບັນງານ​ມະ​ໂຫລານວິທະຍຸ - ​ໂທລະພາບ​ກູ​ບາ ​ຂອງ​ກູ​ບາ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ຜູ້ອຳນວຍການ​ໃຫຍ່ VOV ຫງວຽນ​ດັງ​ຕ໋ຽນ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ຂໍ້​ຕົກລົງ​ນີ້​ຈະ​ຊ່ວຍ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ກະຈາຍສຽງ. ສ່ວນ​ທ່ານ Guillermo Pavon Pacheco, ຮອງ​ປະທານ​ສະ​ຖາ​ບັນວິທະຍຸ - ​ໂທລະພາບ ກູ​ບາ ຖື​ວ່າ, ການ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ, ສ້າງ​ພື້ນຖານ​ໃຫ້​ທັງ​ສອງ​ຝ່າຍ​ສືບ​ຕໍ່​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ.
ຂ່າວ/ບົດ​ອື່ນ