ຫວຽດນາມເຂົ້າຮ່ວມງານວາງສະແດງທ່ອງທ່ຽວປາຊີຟິກຢູ່ນະຄອນ Vladivostolk

ຫວຽດນາມເຂົ້າຮ່ວມງານວາງສະແດງທ່ອງທ່ຽວປາຊີຟິກຢູ່ນະຄອນ Vladivostolk - ảnh 1
ຫວຽດ​ນາມ ມີຮ້ານ​ວາງ​ສະ​ແດງ 4 ຮ້ານ​ຮ່ວມ​ເຫດ​ການນີ້
(ພາບ​ຈາກ​ອີນ​ເຕີ​ແນັດ)

(vovworld) - ​ສະ​ຖານກົງ​ສູນ​ໃຫຍ່​ຫວຽດ​ນາມ ປະ​ຈຳ​ນະ​ຄອນ Vladivostolk, ສະ​ຫະ​ພັນ​ລັດ​ເຊຍ ຫາກ​ໍ​ເຂົ້​າ​ຮ່ວມ​ເຫດ​ການຕ່າງໆ ​ເຊິ່ງນອນ​ໃນຂ​ອບ​ເຂດ​ງານ​ວາງ​ສະ​ແດງ​ທ່ອງ​ທ່ຽວ​ສາ​ກົນ​ປາ​ຊີ​ຟິກ (PITE 2016) ເຊິ່ງ​ໄດ້​ຈັດ​ຕັ້ງ​​ຂຶ້ນຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ສັງ​ລວມ​ສະ​ຫະ​ພັນ​ຕາ​ເວັນ​ອອກ​ໄກ. PITE 2016 ແມ່ນ​ງານ​ວາງ​ສະ​ແດງວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ​ບັນ​ດາ​ຂອງ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊ​ີ - ປາ​ຊີ​ຟິກ; ຊ່ວຍ​ແລກ​ປ່ຽນ​ຂໍ້​ມູນ​ຂ່າ​ວ​ສານ​ດ້ານ​ການ​ທ່ອງ​ທ່ຽວ, ສ້າງ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​ລວມ ແລະ ​ດຶງ​ດູດ​ນັກ​ທ່ອ​ງ​ທ່ຽວ​​ຈາກຫຼາຍ​ຝ່າຍ​​ສົ້ນ​ລະ​ຫວ່າງ​ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ຂອງ​ລັດ​ເຊຍ ແລະ ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ໃຫ້​ຫຼາຍ​ຂຶ້ນ. ຄາດ​ຄະ​ເນ​ວ່າ, ຈະ​ມີ 30.000 ຄົນ​ເຂົ້າ​ຮ່ວມ​ເຫດ​ການນີ້, ຫວຽດ​ນາມ ມີຮ້ານ​ວາງ​ສະ​ແດງ 4 ຮ້ານ. ກ່າວ​ຄຳ​ເຫັນ​ທີ່​ງານ​ວາງ​ສະ​ແດງ, ທ່ານ​ຫົວ​ໜ້າ​ສະ​ຖານກົງ​ສູງ​ໃຫຍ່​ຫວຽດ​ນາມ ຮີນ​ມິງ​ຈິ໋ງ ໄດ້​ຕີ​ລາ​ຄາ​ສູງ​ງານ​ວາງ​ສະ​ແດງ PITE 2016 ເວົ້າ​ສະ​ເພາະ ແລະ ຄວາມ​ສຳ​ຄັນ​ຂອງ​ການ​ທ່ອງ​ທ່ຽວ​ສຳ​ລັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ພາກ​ພື້ນ​ຕາ​ເວັນ​ອອກ​ໄກ​ເວົ້າ​ລວ​ມ. ໃນ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້, ​ການ​ເປີດສາຍ​ການ​ບິນ​ໂດຍ​ກົງ​ຈາກ Vladivostolk ​ເຖິງ​ຫວຽດ​ນາມ ກ​ໍ​ແມ່ນຈຸດ​ພົ້​ນ​ເດັ່ນ​ໃນ​ການ​ພັດ​ທະ​ນາ​ການ​ທ່ອ​ງ​ທ່ຽວ ແລະ ການ​ຄ້າ​ລະ​ຫວ່າງ​ຫວຽດ​ນາມ ແລະ Vladivostolk.

ຂ່າວ/ບົດ​ອື່ນ