ຫວຽດນາມເຂົ້າຮ່ວມງານວາງສະແດງທ່ອງທ່ຽວສາກົນMoskvaຄັ້ງທີ21

ຫວຽດນາມເຂົ້າຮ່ວມງານວາງສະແດງທ່ອງທ່ຽວສາກົນMoskvaຄັ້ງທີ21 - ảnh 1
ຮ້ານວາງສະແດງຂອງຫວຽດນາມ

(vovworld)– ວັນ​ທີ 19/3, ຢູ່​ສູນ​ວາງສະ​ແດງ Expo – Center ຢູ່​ນະຄອນຫຼວງ ມົດ​ສະ​ກູ, ສະຫະພັນ ລັດ​ເຊຍ ​ໄດ້​ໄຂ​ງານ​ວາງສະ​ແດງ “ການທ່ອງທ່ຽວ​ສາກົນ Moskva” ຄັ້ງ​ທີ 21. ກົມ​​ໃຫຍ່​ທ່ອງ​ທ່ຽວ ຫວຽດນາມ ​ໄດ້​​ແນະນຳ​ກັບ​ເພື່ອນ​ມິດສາ​ກົນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານການທ່ອງທ່ຽວ​ຂອງ ຫວຽດນາມ. ທ່ານ ຫງວຽນ​ກວກ​ຮຶງ, ຮອງ​ຫົວໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ ຫວຽດນາມ, ຫົວໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ຄັ້ງ​ທີ 21, ​ໃຫ້​ຮູ້​ວ່າ:

“ພວ​ກຂ້າພະ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ຢ່າງ​ຕໍ່​ເນື່ອງ ​ແລະ ຍ້​​ອນວຽກ​ງານ​ໂຄສະນາ​, ການ​ສົມທົບ​ກັນ​ເປັນ​ຢ່າງ​ດີ ດັ່ງ​ນັ້ນ​ຈຳນວນ​ແຂ​ກທ່ອງ​ທ່ຽວຈຶ່ງ​ບັນລຸ​ລະດັບ​​​ເຕີບ​ໂຕ​. ​ແຕ່​ປີ 2011 ຮອດປີ 2013 ​ບັນ​ລຸ​ລະດັບ 300%. ນອກ​ຄວາມ​ມານະ​ພະຍາຍາມ​ຂອງ​ທົ່ວ​ຂະ​ແໜງ, ພວກ​ຂ້າພະ​ເຈົ້າ​ຍັງ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຂອງ​ບັນດາ​ອົງການ​ຕາງໜ້າຂອງ​ຫວຽດນາມ ຢູ່​ຕ່າງປະ​ເທດ​, ຂອງ​ບັນດາ​ອົງການ​ສື່​ມວນ​ຊົນເປັນ​ຢ່າງ​ດີ. ພວກ​ຂ້າພະ​ເຈົ້າ​ປາດ​ຖະໜາ​ຢາກ​ຮັກສາ​ລະດັບ​ເຕີບ​ໂຕ​ດັ່ງກ່າວ ​ແລະ ບັນລຸ​ຄາດໝາຍ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ​ລັດ​ເຊຍ​ໃຫ້​ໄດ້ 1 ລ້ານ​ຄົນ​ກ່ອນ​ປີ 2020.”

 ທ່ານ ຫງວຽນ​ກວກ​ຮຶງ ​ໃຫ້​ຮູ້​ວ່າ: ຂະ​ແໜງ​ທ່ອງ​ທ່ຽວ ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ປີ​ນີ້​ສຸມ​ໃສ່​ເຂົ້າ​ໃນ​ການ​ໂຄສະນາ​ບັນດາ​ຮູບ​ການທ່ອງທ່ຽວ​ ຜັກ​ຜ່ອນ​ບຳລຸງ​ສຸ​ຂະ​ພາບ, ທ່ອງ​ທ່ຽວ​ຊີວະ​ພາບ, ທ່ອງ​ທ່ຽວ​ສົມທົບ​ກັບການ​ປິ່ວປົວ​ພະຍາດ.​​.​.

ຂ່າວ/ບົດ​ອື່ນ