ຫວຽດນາມເຂົ້າຮ່ວມງານວາງສະແດງສາກົນ ການທ່ອງທ່ຽວ ຢູ່ ລັດເຊຍ

ຫວຽດນາມເຂົ້າຮ່ວມງານວາງສະແດງສາກົນ ການທ່ອງທ່ຽວ ຢູ່ ລັດເຊຍ - ảnh 1
​ແຂກ​ເຂົ້າ​ຢ້ຽມ​ຊົມຮ້ານ​ວາງ​ສະ​ແດງ​ຂອງ​ຫວຽດ​ນາມ

(vovworld)- ແຕ່​ວັນ​ທີ 14-16/3/2017 ຢູ່ ນະ​ຄອນ​ຫລວງ ມົດ​ສະ​ກູ ຂອງ​ ສະ​ຫະ​ພັນ​ລັດ​ເຊຍ ໄດ້​ດຳ​ເນີນ​ງານ​ວາງ​ສະ​ແດງ​ສາ​ກົນ ການ​ທ່ອງ​ທ່ຽວ ຄັ້ງ​ທີ 24. ງານ​ວາງ​ສະ​ແດງ​ປີນີ້​ໄດ້​ດຶງ​ດູດ​​ການ​ເຂົ້າ​ຮ່ວມ​ຂອງບໍ​ລິ​ສັດ​ທ່ອງ​ທ່ຽວ​ໃຫຍ່​ຈຳ​ນວນກວ່າ 1.600 ແຫ່ງທີ່​ມາ​ຈາກ 182 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ. ​ຮ້ານ​ວາງ​ສະ​ແດງ​ຂອງ​ຫວຽດ​ນາມ ລວມ​ມີ: ບາງບໍ​ລິ​ສັດ​ທ່ອ​ງ​ທ່ຽວ​ໃຫຍ່​ຢູ່​ພາຍ​ໃນ​ປະ​ເທດ ແລະ ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ມີ​ຫ້ອງ​ການ​ຜູ້​ຕາງ​ຫນ້າ​​ຕັ້ງຢູ່​ລັດ​ເຊຍ ແລະ ບໍ​ລິ​ສັດ​ການ​ບິນ​ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ໂດຍ​ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດ​ນາມ ແລະ ບໍ​ລິ​ສັດ​ການ​ບິນ​ຫວຽດ​ນາມ ຈັດ​ຕັ້ງ, ທ່ານ ດີງ​ງອກ​ດືກ, ຫົວ​ຫນ້າ​ກົມ​ຕະ​ຫລາດ, ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

“ລັດ​ເຊຍ​ແມ່ນ​ຕະ​ຫລາດ​ທ່ອງ​ທ່ຽວ​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ຫວຽດ​ນາມ. ໃນ​ຊ​ຸມ​ປີ​ຜ່ານ​ມາ, ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ລັດ​ເຊຍ ມາ​ຢ້ຽມ​ຢາມ​ຫວຽດ​ນາມ ​ຍັງ​ຫນ້ອຍ​ຢູ່ ເພາະ​ສະ​ນັ້ນ ກົມ​ໃຫຍ່​ທ່ອງ​ທ່ຽວ​ໄດ້​ມີ​ແຜນ​ນະ​ໂຍ​ບາຍ​ຈະ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ເປັນ​ປະ​ຈຳ​ເພື່ອ​ແນະ​ນຳ​ພາບ​ພົດ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ ຢູ່​ຕະ​ຫລາດ​ລັດ​ເຊຍ ກໍ​ຄື​ພົບ​ປະ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ລັດ​ເຊຍ ເພື່ອ​ສົ່ງ​ແຂກ​ທ່ອງ​ທ່ຽວ​ລັດ​ເຊຍ ເຖິງ​ຫວຽດ​ນາມ. ພວກ​ເຮົາ​ຕ້ອງ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ​ ຫລາຍກວ່າ.”

ດຽບ​ແອງ, ແທງ​ເຟືອງ ນັກ​ຂ່າວ VOV ປະ​ຈຳ​ລັດ​ເຊຍ

 


ຕອບກັບ

ຂ່າວ/ບົດ​ອື່ນ