ຫວຽດ​ນາມ​ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມ​ຂອ​ງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ

(VOVWORLD) -ວັນທີ 25 ພະຈິກ, ສະພາຄວາມໝັ້ນຄົງ ສປຊ ໄດ້ດຳເນີນກອງປະຊຸມອອນລາຍປະຈຳເດືອນ ກ່ຽວກັບສະພາບການຢູ່ຊີຣີ. ທ່ານ Khawla Matar ຮອງທູດພິເສດຂອງເລຂາທິການໃຫຍ່ຮັບຜິດຊອບກ່ຽວກັບຊີຣີ ແລະ ທ່ານ Ramesh Rajasingham ຜູ້ຊ່ວຍວຽກເລຂາທິການໃຫຍ່ສປຊ ກ່ຽວກັບບັນຫາມະນຸດສະທຳ ໄດ້ລາຍງານຕໍ່ສະພາຄວາມໝັ້ນຄົງ ສປຊກ່ຽວກັບວິວັດທະນາການດ້ານການເມືອງ ແລະ ສະພາບການມະນຸດສະທຳຢູ່ຊີຣີຕາມລຳດັບ.
ຫວຽດ​ນາມ​ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມ​ຂອ​ງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ - ảnh 1ກອງປະຊຸມອອນລາຍປະຈຳເດືອນ ກ່ຽວກັບສະພາບການຢູ່ຊີຣີຂອງ ສະພາຄວາມໝັ້ນຄົງ ສປຊ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງບັນດາຝ່າຍໄດ້ມີຄວາມ ເຫັນດີເປັນເອກະພາບສືບຕໍ່ເຈລະຈາໃນຂອບເຂດຄະນະກຳມະການລັດຖະທຳມະນູນ, ສົ່ງເສີມການຮັກສາການເຈລະຈາທີ່ມີລັກສະນະສ້າງສັນ ເພື່ອແນໃສ່ເປົ້າໝາຍຊອກຫາວິທີການແກ້ໄຂຍາວນານໃຫ້ແກ່ສະພາບການຢູ່ຊີຣີ. ທ່ານເອກອັກຄະລັດຖະທູດ ໄດ້ຢັ້ງຢືນຄືນໃໝ່ວິທີການແກ້ໄຂໜຶ່ງດຽວໃຫ້ແກ່ວິກິດການຢູ່ຊີຣີແມ່ນວິທີການແກ້ໄຂດ້ານການເມືອງ, ບົນພື້ນຖານເຄົາລົບກົດໝາຍສາກົນ, ກົດບັດສປຊ, ເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຊີຣີ.

ແລະໃນວັນດຽວກັນຈີນ ແລະ ບາງປະເທດສະມາຊິກສະພາຄວາມໝັ້ນຄົງ ສປຊ ໄດ້ຮ່ວມກັນເປັນເຈົ້າພາບຈັດຕັ້ງກອງປະຊຸມກ່ຽວກັບຫົວຂໍ້ “ຢຸດຕິບັນດາມາດຕະການບີບບັງຄັບ ພຽງລຳພັງຝ່າຍດຽວຢ່າງທັນທີ”.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນມີຄວາມສາມັກຄີ ແລະ ຮ່ວມມື, ສົມທົບກັນກະທຳເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍ, ໃນນັ້ນມີໂລກລະບາດໂຄວິດ - 19. ທ່ານເອກອັກຄະລັດຖະທູດໄດ້ສະແດງຄວາມເສຍດາຍວ່າ ໃນໄລຍະທີ່ຜ່ານມາ, ຍັງເກີດມີການກະທຳທີ່ໄປຝືນກັບເປົ້າໝາຍ ແລະ ຫຼັກການຂອງ ກົດບັດສະຫະປະຊາຊາດ… ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນໜັກເຖິງຄວາມຕ້ອງການຊຸກຍູ້ລັດທິຫຼາຍຝ່າຍ, ປະຕິບັດຕາມກົດບັດສປຊ ແລະ ກົດໝາຍສາກົນ, ຊຸກຍູ້ການເຈລະຈາ, ເຄົາລົບນັບຖືເຊິ່ງກັນແລະກັນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ເຄົາລົບອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ເອກະລາດ.

ຕອບກັບ

ຂ່າວ/ບົດ​ອື່ນ