ຫວຽດນາມເຂົ້າຮ່ວມວັນພາສາຝຣັ່ງສາກົນຢູ່ອັກຊັງຕີງ

ຫວຽດນາມເຂົ້າຮ່ວມວັນພາສາຝຣັ່ງສາກົນຢູ່ອັກຊັງຕີງ - ảnh 1
ຮ້ານ​ວາງ​ສະ​ແດງ​ຂອງ ຫວຽດ​ນາມ ເຂົ້າ​ຮ່ວມ​ແຂກ​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນຫຼາຍ
(ພາບ: Quang Sơn/Vietnam+)

(​vovworld) – ເນື່ອງ​ໃນ​ໂອ​ກາດ​ວັນ​ພາ​ສາ​ຝ​ຣັ່ງ ສາ​ກົນ, ວັນ​ທີ 19/3, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ​ ອັກ​ຊັງ​ຕີງ ພ້ອມ​ກັບ 30 ອົງ​ການ​ຕາງ​ໜ້າ​ຂຶ້ນ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ປະ​ຊາ​ຄົມ​ໃຊ້​ພາ​ສາ​ຝ​ຣັ່ງ ທີ່​ມີ​ສຳ​ນັກ​ງານ​ຢູ່​ປະ​ເທດ ອາບ​ຟ​ຣີ​ກາ​ເໜືອ ນີ້ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆ​ຄື: ກາ​ນ​ສະ​ແດງ​ສິ​ລະ​ປະ, ງານ​ວາງ​ສະ​ແດງ, ສາຍ​ຮູບ​ເງົາ ແລະ ແນະ​ນຳ​ອາ​ຫານ​ການ​ກິນ​ຢູ່​ນະ​ຄອນຫຼວງ Buenos Aires. ເຂົ້າ​ຮ່ວມ​ວັນ​ໃຊ້​ພາ​ສາ​ຝ​ຣັ່ງ ສາ​ກົນ, ສະ​ຖານ​ທູດ ຫວ​ຽດ​ນາມ ປະ​ຈຳ ອັກ​ຊັງ​ຕີງ ໄດ້​​ວາງ​ສະ​ແດງ​ປື້ມ, ວາ​ລະ​ສານ ແລະ ຮູບ​ຖ່າຍ​ສິ​ລະ​ປະ, ໂຄ​ສະ​ນາ​​ກ່ຽວ​ກັບ​ປະ​ເທດ​ຊ​າດ, ​ປະ​ຊາ​ຊົນ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ທ່ອງ​ທ່ຽວ​ຂອງ ຫວຽດ​ນາມ. ພິ​ເສດ, ມີ​ລາຍ​ການ​ສະ​ແດງ​ຊຸດ​ເຊື້ອ​ຍາວ​ທີ່​ເປັນ​ມູນ​ເຊື້ອ​ຂອງ ຫວຽດ​ນາມ ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ພິ​ເສດ​ຈາກ​ມະ​ຫາ​ຊົນ.


ຂ່າວ/ບົດ​ອື່ນ