ຫວຽດ​ນາມ​ເຂົ້າ​ຮ່ວມ​ວາ​ລະ​​ປະ​ຊຸມກວດ​ກາ​ຄືນ​ນະ​ໂຍ​ບາຍ​ທາງ​​ການ​ຄ້າ​ຄັ້ງ​ທີ 7 ຂອງ ອິນ​ເດຍຢ​ູ່ WTO

(VOVWORLD) -ທ່ານນາງເອກອັກຄະລັດຖະທູດ ເລທິຕວຽນມາຍ ໄດ້ຢັ້ງຢືນວ່າ ການເຄົາລົບບັນດາຫຼັກການທາງການຄ້າ ຂອງ WTO ແມ່ນວິທີການແກ້ໄຂອັນໜຶ່ງດຽວ ເພື່ອແກ້ໄຂວິກິດການທີ່ພວມເກີດຂຶ້ນ ແລະ ຈະສືບຕໍ່ສວມບົດບາດຕັ້ງໜ້າເພື່ອຮັກສາ ແລະ ປັບປຸງລະບົບການຄ້າຫຼາຍຝ່າຍຢ່າງມີຄວາມຍຸຕິທຳ ແລະ ສະເໝີພາບ. 
ຫວຽດ​ນາມ​ເຂົ້າ​ຮ່ວມ​ວາ​ລະ​​ປະ​ຊຸມກວດ​ກາ​ຄືນ​ນະ​ໂຍ​ບາຍ​ທາງ​​ການ​ຄ້າ​ຄັ້ງ​ທີ  7 ຂອງ ອິນ​ເດຍຢ​ູ່ WTO - ảnh 1ທ່ານນາງ ເລທິຕວຽນມາຍເອກອັກຄະລັດຖະທູດ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ປສຊ (ພາບ: TTXVN)

ແຕ່ວັນທີ 6 – 8 ມັງກອນ,  ວາລະປະຊຸມກວດກາຄືນ ນະໂຍບາຍທາງດ້ານການຄ້າຄັ້ງທີ 7 ຂອງ ອິນເດຍ ໃນໄລຍະ 2015 – 2020 ໄດ້ດຳເນີນຢູ່ສຳນັກງານ ອົງການການຄ້າໂລກ (WTO) ຢູ່ເຊີແນວ (ປະເທດສະວິດ), ພາຍໃຕ້ຮູບການປະຊຸມທາງອອນລາຍ ແລະ ປະຊຸມຢູ່ຫໍປະຊຸມ. ທ່ານນາງ ເລທິຕວຽດມາຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ອົງການການຄ້າໂລກ ແລະ ບັນດາອົງການສາກົນຕ່າງໆຢູ່ເຊີແນວ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປະຊຸມ.

ທ່ານນາງເອກອັກຄະລັດຖະທູດ ເລທິຕວຽນມາຍ ໄດ້ຢັ້ງຢືນວ່າ ການເຄົາລົບບັນດາຫຼັກການທາງການຄ້າ ຂອງ WTO ແມ່ນວິທີການແກ້ໄຂອັນໜຶ່ງດຽວ ເພື່ອແກ້ໄຂວິກິດການທີ່ພວມເກີດຂຶ້ນ ແລະ ຈະສືບຕໍ່ສວມບົດບາດຕັ້ງໜ້າເພື່ອຮັກສາ ແລະ ປັບປຸງລະບົບການຄ້າຫຼາຍຝ່າຍຢ່າງມີຄວາມຍຸຕິທຳ ແລະ ສະເໝີພາບ. ຫວຽດນາມພ້ອມແລ້ວທີ່ຈະຮ່ວມມືກັບ ອິນເດຍ ເພື່ອສ້າງເງື່ອນໄຂຊຸກຍູ້ການພັດທະນາຂອງບັນດາລະບົບຕອບສະໜອງໃນພາກພື້ນ ກໍ່ຄືປະກອບສ່ວນເຂົ້າການຟື້ນຟູເສດຖະກິດໄລຍະຫຼັງໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ