ຫວຽດນາມເຂົ້າຮ່ວມວາລະປະຊຸມຂອງສະພາຄວາມໝັ້ນຄົງກ່ຽວກັບເດັກນ້ອຍໃນການປະທະກັນດ້ວຍກຳລັງອາວຸດ

ຫວຽດນາມເຂົ້າຮ່ວມວາລະປະຊຸມຂອງສະພາຄວາມໝັ້ນຄົງກ່ຽວກັບເດັກນ້ອຍໃນການປະທະກັນດ້ວຍກຳລັງອາວຸດ - ảnh 1
ທ່ານເລຂາທິການໃຫຍ່ ສປຊ Ban Ki moon ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) –  ວັນ​ທີ 2/8, ສະພາ​ຄວາ​ມໝັ້ນຄົງ ສປຊ ​ໄດ້​ຈັດ​ຕັ້ງ​ວາລະ​ປະຊຸມ​ປຶກສາ​ຫາລື​ດ້ວຍ​ຫົວ​ຂໍ້​ວ່າ “​ເດັກນ້ອຍ​ໃນ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ”. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ, ທ່ານ​ນາງ ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ, ຫົວໜ້າ​ຄະນະ​ຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ​ໄດ້​ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ຕໍ່​ບັນດາ​ການ​ກະທົບ​ຍາວ​ນານ​ເຖິງ​ການ​ພັດທະນາ​ຂອງ​ເດັກນ້ອຍ​ໃນ ​ແລະ ພາຍຫຼັງ​ການ​ປະ​ທະ​ກັນ. ທ່ານ​ນາງ​ຢັ້ງຢືນ​ວ່າ: ຫວຽດນາມ​ກ່າວ​ປະນາມ​ເລື່ອງ​ສືບ​ຕໍ່​ເກີດ​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ສຳລັບ​ເດັກ, ພິ​ເສດ​ແມ່ນ​ບັນດາ​ກໍລະນີ​ຄາດ​ຕະກຳ, ການ​​ໃຊ້​ຄວາມ​ຮຸນ​ແຮງ​ທາງ​ເພດ​ສຳພັນ, ບັງຄັບ​ເປັນ​ທະຫານ, ລອກ​ຈັບ​ຕົວ, ບຸກ​ໂຈມ​ຕີ​ໂຮງຮຽນ ​ແລະ ​ໂຮງໝໍ. ທ່ານ​ນາງ ຫງວຽນ​ເຟືອງ​ງາ ຮຽກ​ຮ້ອງ​ໃຫ້​ບັນດາ​ຝ່າຍ​ເຂົ້າ​ຮ່ວມ​ສູ້​ຮົບຢຸດຕິ​ການ​ກະທຳ​ນີ້, ກ່ອນ​ອື່ນ​ໝົດ​ດ້ວຍ​ການ​ປະຕິບ​ັດກົດໝາຍ​ວ່າ​ດ້ວຍ​ສິດ​ທິມະນຸດ ​ແລະ ມະນຸດ​ສະທຳ​ສາກົນ. ທ່ານ​ນາງ​ເອກ​ອັກຄະ​ລັດຖະທູ​ດຢັ້ງຢືນວ່າ ຫວຽດນາມ ຈະ​ສືບ​ຕໍ່​ຮ່ວມ​ມື​ພ້ອມ​ກັບ​ປະຊາ​ຄົມ​ໂລກ​ເພື່ອ​ປົກ​ປ້ອງ ​ແລະ ປັບ​ປຸງສະພາບ​ກາ​ນຂອງ​ເດັກນ້ອຍ​ໃນ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ. ທ່ານ​ນາງ ຫງວຽນ​ເຟືອງ​ງາ ກໍ່​​ແບ່ງປັນ​ວ່າ ລຸ່ນໜຸ່ມ ຫວຽດນາມ ພວມ​ຕ້ອງ​​ແບກ​ຫາ​ບຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ​ທ່ີ​ດຸ​ເດືອດ, ຫວຽດນາມ ​ໄດ້ ​ແລະ ພວມ​ມານະ​ພະຍາຍາມ​ຈົດ​ສຸດ​ຄວາມ​ສາມາດ​ເພື່ອ​ປົກ​ປ້ອງ, ​ເບິ່ງ​ແຍງດູ​ແລ ​ແລະ ຮັບປະກັນ​ບັນດາ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ແກ່​ເດັກນ້ອຍ, ພິ​ເສດ​ແມ່ນ​ເດັກ​ພິການ​ເຊິ່ງ​ແມ່ນ​ຜູ້​ປະສົບ​​ເຄາ​ະຮ້າຍ​ຈາກ​ລູກ​ລະ​ເບີດຍັງ​ບໍ່​ທັນ​ແຕກ ​ແລະ ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ.


ຂ່າວ/ບົດ​ອື່ນ