ຫວຽດນາມເຂົ້າຮ່ວມສົນທິ ສັນຍາຕ້ານການທໍລະມານ ຮັບປະກັນສິດທິມະນຸດ

ຫວຽດນາມເຂົ້າຮ່ວມສົນທິ ສັນຍາຕ້ານການທໍລະມານ  ຮັບປະກັນສິດທິມະນຸດ - ảnh 1

ທ່ານເອກ​ອັກຄະ​ລັດຖະທູດເລ​ຮ່ວາ​ຍຈຸ​ງ ​ແລະ

 ທ່ານ​ເລຂາທິການ​ໃຫ່ຍ ສປຊ ບານ​ກີ​ມູນ

 (ພາບ: TTXVN)

   (vovworld)-​​​​  ວັນ​ທີ 7/11, ຢູ່​ສຳນັກງານ​ໃຫ່ຍຂອງ ສປຊ ຢູ່​ນະ​ຄອນນິວຢອກ ປະ​ເທດ​ອາ​ເມ​ລິກາ, ທ່ານ​ເລ​ຮ່ວາ​ຍຈຸ​ງ, ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຄະນະ​ຜູ້​ຕ່າງ​ໜ້າ​ຫວຽ​ດນາມ ປະຈຳ ສປຊ ຕາງໜ້າ​ໃຫ້​ລັດຖະບານ​ຫວຽດນາມ ລົງ​ນາມ​ໃນ “ສົນທິສັນຍາ​ຂອງ ສປຊ ກ່ຽວ​ກັບ​ການ​ຕ້ານ​ການ​ທໍລະມານ“. ນີ້​ແມ່ນ​ເອກະສານ​ສຳຄັນ​ກ່ຽວ​ກັບ​ສິດ​ທະ​ມະນຸດ ​ເພື່ອ​ແນ​ໃສ່​ສະກັດ​ກັ້ນບັນດາ​ການ​ກະທຳ​ທໍລະມານ ພ້ອມ​ທັງ​ເພີ່ມ​ທະວີ​ວຽກ​ງານ​ຖະ​ແຫຼ​ງຂ່າວ, ​ໂຄສະນາ​ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້, ຊຸກຍູ້​ການ​ສ້າງ​ບັນດາ​ກົນ​ໄກ​ປົກ​ປ້ອງ​ຜູ້​ປະສົບ​ເຄາະ​ຮ້າຍ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ໃນ​ຂົງ​ເຂດ​ນີ້.

  ກ່າວ​ຄຳ​ເຫັນ​ຫຼັງ​ພິທີ​ລົງ​ນາມ, ທ່ານເອກ​ອັກຄະ​ລັດຖະທູດເລ​ຮ່ວາ​ຍຈຸ​ງ ​ເນັ້ນຫນັກ​ວ່າ: ​ເລື່ອງ​ລົງ​ນາມ​ໃນ​ສົນທິສັນຍາ​ດັ່ງກ່າວ​ແມ່ນ​ບາດ​ກ້າວ​ເດີນ​ລະອຽດ​ໃນ​ວິວັດ​ການ​ເປັນ​ເຈົ້າການ ​ແລະ ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ​ຂອງ​ຫວຽດນາມ./.


ຂ່າວ/ບົດ​ອື່ນ