ຫ​ວ​ຽດ​ນາມ​ເຂົ້າ​ຮ່​ວມ​ສົນ​ທິ​ສັ​ນ​ຍາ WIPO ວ່າ​ດ້ວຍ​ລິ​ຂ​ະສ​ິດ​

(VOVWORLD) - ສົນທິສັນຍາ WCT ແມ່ນມີປະໂຫຍດພິເສດຕໍ່ການພັດທະນາອຸດສາຫະກຳ ແລະ ບັນດາພື້ນຖານດີຈີຕອນ ຊຶ່ງ ຫວຽດນາມກຳລັງສຸມໃສ່ຊຸກຍູ້.
ຫ​ວ​ຽດ​ນາມ​ເຂົ້າ​ຮ່​ວມ​ສົນ​ທິ​ສັ​ນ​ຍາ WIPO ວ່າ​ດ້ວຍ​ລິ​ຂ​ະສ​ິດ​ - ảnh 1ທ່ານນາງ  ເອກອັກຄະລັກຖະທູດ ເລທິຕວຽດມາຍ ມອບເອກະສານຈົດຈຳໄວ້ຕໍ່ການເຂົ້າຮ່ວມສົນທິສັນຍາ WIPO ວ່າດ້ວຍລິຂະສິດ ໃຫ້ແກ່ທ່ານ Daren Tang, ຜູ້ອຳນວຍການໃຫຍ່ WIPO (ພາບ: WIPO)

ຫວ່າງແລ້ວນີ້, ຢູ່ສຳນັກງານຂອງອົງການຈັດຕັ້ງວ່າດ້ວຍຊັບສິນທາງປັນຍາສາກົນ (WIPO) ຢູ່ ເຊີແນວ (ສະວິດ), ທ່ານນາງ ເລທິຕວຽດມາຍ ເອກອັກຄະລັກຖະທູດ ຫົວໜ້າຄະນະຜູ້ແທນຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ, ໄດ້ມອບເອກະສານຈົດຈຳໄວ້ຕໍ່ການເຂົ້າຮ່ວມສົນທິສັນຍາ WIPO ວ່າດ້ວຍລິຂະສິດ (WCT) ເປັນສຳເນົາໃຫ້ແກ່ທ່ານ Daren Tang, ຜູ້ອຳນວຍການໃຫຍ່ WIPO, ແມ່ນອົງການທີ່ເກັບຮັກສາເອກະສານຕາມກົດລະບຽບຂອງສົນທິສັນຍາ.

        ກ່າວຄຳເຫັນທີ່ພິທີມອບເອກະສານ, ທ່ານນາງເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ຫວຽດນາມ ເຂົ້າຮ່ວມສົນທິສັນຍາ WCT ບໍ່ພຽງແຕ່ແມ່ນການປະຕິບັດຄຳໝັ້ນສັນຍາຂອງ ຫວຽດນາມ ໃນບັນດາສັນຍາການຄ້າເສລີໄລຍະໃໝ່ທີ່ ຫວຽດນາມ ຫາກໍໄດ້ເຂົ້າຮ່ວມ, ຄື ສັນຍາຄູ່ຮ່ວມມືຢ່າງຮອບດ້ານ ແລະ ກ້າວໜ້າຂ້າມປະຊິຟິກ (CPTPP) ແລະ  ສັນຍາການຄ້າເສລີສະຫະພັນ ເອີຣົບ - ຫວຽດນາມ (EVFTA), ຫາກຍັງສ້າງພື້ນຖານນິຕິກຳ ທີ່ມີປະ ສິດທິຜົນແນໃສ່ປົກປັກຮັກສາບັນດາຜົນງານ ແລະ ລິຂະສິດໃນສະພາບແວດລ້ອມດີຈີຕອນ. ສົນທິສັນຍາ WCT ແມ່ນມີປະໂຫຍດພິເສດຕໍ່ການພັດທະນາອຸດສາຫະກຳ ແລະ ບັນດາພື້ນຖານດີຈີຕອນ ຊຶ່ງ ຫວຽດນາມກຳລັງສຸມໃສ່ຊຸກຍູ້.

ຕອບກັບ

ຂ່າວ/ບົດ​ອື່ນ