ຫວຽດນາມເຂົ້າຮ່ວມສັບປະດາໃຊ້ພາສາຝລັ່ງຢູ່ກຸຍບາ

ຫວຽດນາມເຂົ້າຮ່ວມສັບປະດາໃຊ້ພາສາຝລັ່ງຢູ່ກຸຍບາ - ảnh 1
(ພາບ​ປະ​ກອບ: Vietnam+)

(vovworld) - ເນື່ອງ​ໃນ​ໂນ​ໂອ​ກ​າດ​ວັນໃຊ້​ພາ​ສາ​ຝ​ລັ່ງ​ສາ​ກົນ 19/03, ຢູ​່​ລາ​ຮາ​ວານ, ປະ​ເທດ​ກຸຍ​ບາ, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ກຸຍ​ບາ ພ້ອມ​ກັບ 15 ອົງ​ການ​ຕາງ​ໜ້າ​ການ​ທູດ​ອື່ນໆຂອງ​ບັນ​ດາ​ປະ​ເທດ​ສະ​ມ​າ​ຊິກ​ສະ​ມາ​ຄົມ​ໃຊ້​ພາ​ສາ​ຝ​ລັ່ງ ທີ​ມີ​ສຳ​ນັກ​ງານ​ຕັ້​ງ​ຢູ່​ ລາ​ຮາ​ວານ ໄດ້​ຈັດ​ຕັ້ງ​ສັບ​ປະ​ດາ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ສິ​ລະ​ປະ ແລະ ໂຄ​ສະ​ນາ​ພາບ​ພົດ​ຂອງ​ບັນ​ດາ​ປະ​ເທດ​ໃນ​ກຸ່ມ. ດ້ວຍ​ຈຸດ​ໝາຍ​ເຊີດ​ຊູ​ມາດ​ຖານ​ຂອງ​ປະ​ຊາ​ຄົມ​ໃ​ຊ້​ພາ​ສາ​ຝ​ລັ່ງ ຄື​ດັ່ງ “​ສະ​ພາບສັນ​ຕິ​ພາບ ແລະ ພັດ​ທະ​ນາ”, ຄະ​ນະ​ຈັດ​ຕັ້ງ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ ໄ​ດ້​ຈັດ​ຕ​ັ້ງ​ບັນ​ດາການ​ເຄື່ອນ​ໄຫວ​ຮູບ​ເງົາ, ​ເວ​ທີ, ດົນ​ດ​ີ, ​ງານວາງ​ສະ​ແດງ​ພາບ​ຖ່າຍ, ເສັງ​ຂຽນ ແລະ ຮ້ອງ​ເພງ​ດ້ວຍ​ພາ​ສາ​ຝ​ລັ່ງ, ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ປະ​ຫວັດ​ສາດ… ສະ​ຖານ​ທູ​ດ​ຫວຽດ​ນາມ ໄດ້​ສະ​ໜອງ​ບັນ​ດາ​​ເອ​ກະ​ສານ, ໜັງ​ສື​ພິມ, ພ້ອມ​ທັງ​ແນະ​ນຳ​​ເຊິ່ງ​ເພື່ອນ​ມິດ​​ທີ່ໃຊ​້​ພາ​ສາ​ຝ​ລັ່ງ ຊຸດ​ເ​ສື້ອ​ຍາວ​ຂອງ​ແມ່​ຍິງ​ຫວຽດ​ນາມ ກໍ​ຄື​ອາ​ຫານ​ບາງ​ເຍື່ອງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ປະ​ເທດ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ