ຫວຽດນາມເຂົ້າຮ່ວມເວທີປາໄສກົດໝາຍສາກົນSt.Petersburg

ຫວຽດນາມເຂົ້າຮ່ວມເວທີປາໄສກົດໝາຍສາກົນSt.Petersburg - ảnh 1
ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ ຫງວຽນ​​ແຄງງ້ອກ ​ແລະ
ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ Maksim A. Travnhikov
(ພາບ:baotintuc.vn)

(vovworld) –​​  ຕອນ​ບ່າຍ​ວັນ​ທີ 27/5, ຢູ່ St.Petersburg, ສະຫະພັນ​ລັດ​ເຊຍ ​ໄດ້​ດຳ​ເນີນ​ພິທີ​ໄຂ​ເວທີ​ປາ​ໄສ​ກົດໝາຍ​ສາກົນ​ປະຈຳ​ປີຄັ້ງ​ທີ 5 ກ່ຽວ​ກັບ​ຫົວ​ຂໍ້ “ພາລະກຳ​ກົດໝາ​ຍ​ໃນ​ສັງກາດ​ແຫ່ງ​ການປ່ຽນ​ແປງ”. ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​​ທີ່​ດຳ​ເນີນ​ໃນ​ເວລາ​ 4 ວັນ,​ ມີ​ຜູ້​ແທນປະມານ 3.400 ຄົນ ​ເຊິ່ງແມ່ນ​ບັນດາການ​ນຳ​ຂະ​ແໜງ​ການ, ນັກ​ຊ່ຽວຊານ​ອັນ​ດັບ​ໜຶ່ງ​ກ່ຽວ​ກັບ​ດ້ານ​ເສດຖະກິດ, ກົດໝາຍ, ພົວພັນ​ສາກົນ ​ທີ່ມາ​ຈາກ 84 ປະ​ເທດ​ໃນ​​ໂລ​ກ. ສານ​ປະຊາຊົນ​ສູງ​ສຸດ​ຫວຽດນາມ ​ໂດຍທ່ານ​ຮອງ​ປະທານ​ສານ ຕົ໋ງ​ແອ​ງຮ່າວ ​ແລະ ຄະນະ​ກະຊວງ​ຍຸຕິ​ທຳ​ຫວຽດນາມ ​ໂດຍ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ ຫງວຽນ​​ແຄງງ້ອກ ​ນຳ​ໜ້າ.

        ​ໃນ​ສະຖານະ​ການທີ່​ຫວຽດນາມ ​ໃກ້​ຈະເຊັນ​ສັນຍາ​ການ​ຄ້າ​ເສລີ (FTA) ກັບ​ສະຫະພັນ​ເສດຖະກິດ​ອາຊີ - ​ເອີຣົບ ລວມມີ (ລັດ​ເຊຍ, ​ເບ​ລາຣຸດ, ກາ​ຊັກ​ສະຖານ, ກຽກກີ​ສະຖານ), ນອກ​​ເວທີ​ປາ​ໄສ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຍຸຕິ​ທຳ​ຫວຽດນາມ ຫງວຽນ​ແຄງງ້ອກ​ ແລະ ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຍຸຕິ​ທຳລັດ​ເຊຍ Maksim A. Travnhikov ປຶກສາ​ຫາລືການ​ເພີ່ມ​ທະວີການ​ຮ່ວມ​ມື​ລະຫວ່າງ​ຂະ​ແໜງ​​ຕຸລາການ 2 ປະ​ເທດ, ພິ​ເສດ​ແມ່ນ​ຂົງ​ເຂດ​ບຳລຸງ​ສ້າງ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ ຫງວຽນ​​ແຄງງ້ອກ ​ແລະ ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ Maksim A. Travnhikov ​ໄດ້​ລົງ​ນາມ​ໂຄງການ​ຮ່ວມ​ມື​ລະຫວ່າງ 2 ກະຊວງ​ຍຸຕິ​ທຳ ​ໄລຍະ 2015 – 2017.

ຂ່າວ/ບົດ​ອື່ນ