ຫວຽດນາມເຂົ້າຮ່ວມເວທີປາໄສການຄ້າຕ່າງປະເທດອາຊີ-ປາຊີຟິກຢູ່ເມັກຊີໂກ

ຫວຽດນາມເຂົ້າຮ່ວມເວທີປາໄສການຄ້າຕ່າງປະເທດອາຊີ-ປາຊີຟິກຢູ່ເມັກຊີໂກ - ảnh 1
ທ່ານເອກ​ອັກຄະ​ລັດຖະທູດ​ ​ເລ​ລິງ​ລານ
(ພາບປະກອບ: vietnamplus.vn)


​(vovworld) - ​ຊຸມມືຜ່ານ​ມາ, ຢູ່​ລັດ Queretaro, ປະ​ເທດ​ເມັກ​ຊີ​ໂກ, ທ່ານ​ເອກ​ອັກຄະ​ລັດຖະທູດຫວຽດນາມ ປະຈຳເມັກ​ຊີ​ໂກ ​ເລ​ລິງ​ລານ ພ້ອມ​ກັບ​ຜູ້ຕາງໜ້າ​ບັນດາ​ປະ​ເທດ​ອິນ​ເດຍ, ​ຟິລິບ​ປີນ, ຈີນ, ອົດສຕາ​ລີ… ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການຄ​້າຕ່າງປະ​ເທດ​ອາຊີ-ປາຊີ​ຟິກ ​ແລະ ພົບ​ປະ​ແລກປ່ຽນ​ກັບ​ບັນດາ​ວິ​ສາ​ຫະກິດ​ປະ​ເທດ​ເມັກ​ຊີ​ໂກ. ທີ່​ເວທີ​ປາ​ໄສ, ທ່ານເອກ​ອັກຄະ​ລັດຖະທູດ​ ​ເລ​ລິງ​ລານ ​ໄດ້​ສະ​ເໜີ​ບົດ​ທາ​ບທາມ​ຄວາມ​ເຫັນ​ດ້ວຍ​ຫົວ​ຂໍ້ “ຫັນ​​ເຂດ​ເປັນຕະຫຼາດ​, ປັດ​ໃຈ​ພັດທະນາ​ເສດຖະກິດ​ສາກົນ”, ​ໃນ​ນັ້ນ​ໄດ້​ເນັ້ນ​ໜັກ​ເຖິງ 2 ກຸ່ມ​ເສດຖະກິດ​ທີ່​ກ່ຽວ​ຂ້ອງ​ເຖິງ​ຫວຽດນາມ ​​ແມ່ນ​ອາ​ຊຽນ ​ແລະ ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP). ທ່ານເອກ​ອັກຄະ​ລັດຖະທູດ​ ​ເລ​ລິງ​ລານ ​ໃຫ້​ຮູ້​ວ່າ, ​ປະຈຸ​ບັນ ຫວຽດນາມ ​ແລະ ​ເມັກ​ຊີ​ໂກ ພວມ​ເຈລະຈາ​ບັນດາ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ອຸດສາຫະກຳ, ຮ່ວມ​ມື​ໃນ​ຂົງ​ເຂດ​ກວດກາ​ໂລກລະບາດ, ສັດ ​ແລະ ລ້ຽງ​ປູກ​ສິນ​ໃນ​ນ້ຳ.

ຂ່າວ/ບົດ​ອື່ນ