ຫວຽດນາມເຂົ້າຮ່ວມເວທີປາໄສການສຶກສາໂລກຢູ່ລອນດອນ

(VOVWORLD) -ຄະນະຜູ້ແທນລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ໂດຍທ່ານລັດຖະມົນຕີ ຟຸ່ງຊວນຍ້າ ນຳໜ້າໄດ້ເຈົ້າຮ່ວມເວທີປາໄສການສຶກສາໂລກ ເຊິ່ງດຳເນີນຢູ່ລອນດອນ ໃນລະຫວ່າງວັນທີ 20 – 23 ມັງກອນ.

ຫວຽດນາມເຂົ້າຮ່ວມເວທີປາໄສການສຶກສາໂລກຢູ່ລອນດອນ - ảnh 1ທ່ານລັດຖະມົນຕີ ຟຸ່ງຊວນຍ້າ ກ່າວປາໄສທີ່ໜ້າປະທັບໃຈຕໍ່ໜ້າຜູ້ແທນເຂົ້າຮ່ວມວາລະປະກອບຄຳເຫັນ

(ພາບ: TTXVN)

ນະທີ່ນີ້, ທ່ານລັດຖະມົນຕີ ຟຸ່ງຊວນຍ້າ ໄດ້ມີບົດກ່າວປາໄສທີ່ໜ້າປະທັບໃຈຕໍ່ໜ້າຜູ້ແທນເຂົ້າຮ່ວມວາລະປະກອບຄຳເຫັນຂອງລັດຖະມົນຕີກວ່າ 550 ທ່ານ ລວມມີບັນດາການນຳຂະແໜງການສຶກສາ, ບັນດານັກຄຸ້ມຄອງ ແລະ ນັກຊ່ຽວຊານດ້ານການສຶກສາໃນທົ່ວໂລກ. ໃນບົດກ່າວປາໄສ, ທ່ານລັດຖະມົນຕີ ຟຸ່ງຊວນຍ້າ ໄດ້ບັນລະຍາຍກ່ຽວກັບການພົວພັນລະຫວ່າງຄູອາຈານ, ຄອບຄົວ, ນັກຮຽນ ແລະ ປະຊາຄົມ ເພື່ອສ້າງພື້ນຖານການສຶກສາຢ່າງແທດຈິງ ແລະ ມີປະສິດທິຜົນ. ເມື່ອເວົ້າເຖິງການສຶກສາ, ທ່ານລັດຖະມົນຕີ ຟຸ່ງຊວນຍ້າ ໄດ້ເຕື້ອງເຖິງ 3 ແງ່ມູນແມ່ນ ຄວາມສະເໝີພາບ, ລະດັບການລົງທຶນເຂົ້າໃນການສຶກສາ ແລະ ລັກສະນະປະສິດທິຜົນ. ກ່ຽວກັບຄວາມສະເໝີພາບ, ຫວຽດນາມ ໄດ້ປະຕິບັດການເປີດກວ້າງເຄືອຂ່າຍໂຮງຮຽນ ໃຫ້ເປັນຢ່າງດີ. ກ່ຽວກັບການລົງທຶນຂອງລັດຖະບານ, ທ່ານລັດຖະມົນຕີ ຟຸ່ງຊວນຍ້າ ໃຫ້ຮູ້ວ່າ, ຫວຽດນາມ ໄດ້ຈ່າຍ 5,8% GDP ໃຫ້ແກ່ການສຶກສາ, ແມ່ນໜຶ່ງໃນບັນດາລັດຖະບານມີຄວາມເອົາໃຈໃສ່ຢ່າງໃຫຍ່ຫຼວງສຳລັບການສຶກສາ. ກ່ຽວກັບລັກສະນະປະສິດທິຜົນ, ຫວຽດນາມ ໄດ້ມີການລົງທຶນຢ່າງໃຫຍ່ຫຼວງ ແຕ່ລະດັບຕົວເລກເດັດຂາດຍັງຕ່ຳຢູ່ເມື່ອທຽບໃສ່ບັນດາປະເທດ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ຍັງບັນລຸໄດ້ບັນດາໝາກຜົນທີ່ໜ້າຮັບຮອງ.

ຕອບກັບ

ຂ່າວ/ບົດ​ອື່ນ