ຫວຽດນາມເຂົ້າຮ່ວມເວທີປາໄສຍຸຕິທຳສາກົນພາກພື້ນອາຊີ-ປາຊີຟິກ

ຫວຽດນາມເຂົ້າຮ່ວມເວທີປາໄສຍຸຕິທຳສາກົນພາກພື້ນອາຊີ-ປາຊີຟິກ - ảnh 1
ທ່ານ​ປະທານ​ສານ​ປະຊາຊົນ​ສູງ​ສຸດ ​ເຈືອງ​ຮ່ວາ​ບິ່ງ
ກ່າວ​ຄຳ​ເຫັນ​ທີ່​ພິທີ (ພາບ: cand.com.vn)

(vovworld) – ວັນ​ທີ 2/10, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສານ​ປະຊາຊົນ​ສູງ​ສຸດ ຫວຽດນາມ ​ໂດຍ​ທ່ານ ​ເຈືອງ​ຮ່ວາ​ບິ່ງ ປະທານ​ສານ​ປະຊາຊົນ​ສູງ​ສຸດ ຫວຽດນາມ ​ເປັນ​ຫົວໜ້າ​ຄະນະ, ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ຍຸຕິ​ທຳສາກົນ​ພາກ​ພື້ນ ອາຊີ - ປາຊີ​ຟິກ ຄັ້ງ​ທີ 8 (APR) ຊຶ່ງດຳ​ເນີນ​ຢູ່​ນະຄອນ Vladivostok, ປະ​ເທດ ລັດ​ເຊຍ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ສານ​ປະຊາຊົນ​ສູງ​ສຸດ ​ເຈືອງ​ຮ່ວາ​ບິ່ງ ​ເນັ້ນ​ໜັ້ກ​ເຖິງຄວາ​ມໝາຍ​ສຳຄັນ​ຂອງ​ເວທີ​ປາ​ໄສ​ຍຸຕິ​ທຳ​ສາກົນ​ສຳລັບ​ທັງ​ໝົດ​ພື້ນຖານ​ເສດຖະກິດ​ພາກ​ພື້ນ ອາຊີ - ປາຊີ​ຟິກ. ​ເວທີ​ປາ​ໄສ​ແມ່ນ​ຂົວ​ເຊື່ອມ​ຕໍ່, ຊ່ວຍ​ເຫຼືອ​ບັນດາ​ນັກຕຸລາການ​ພົບ​ປະ ​ແລກປ່ຽນ ​ແລະ ຖອດ​ຖອນ​ບົກ​ຮຽນ​ເຊິ່ງກັນ ​ແລະ ກັນ ​ເພື່ອ​ແນ​ໃສ່​ຊຸກຍູ້​ຄວາມ​ຍຸດຕິ​ທຳ, ປົກ​ປ້ອງ​ສິດ​ພົນລະ​ເມືອງ, ປົກ​ປ້ອງຜົນ​ປະ​ໂຫຍ​ດຂອງ​ຄວາມ​ດຸ່ນ​ດ່ຽງ ​ແລະ ຄວາມໝັ້ນຄົງ​ດ້ານ​ເສດຖະກິດ…​

        APR ຖືກຈັດ​ຕັ້ງ​ຂຶ້ນ​ເປັນປະຈຳ​ປີ ນັບ​ແຕ່​ປີ 2007 ​ເປັນ​ຕົ້ນ​ມາ (ປີ 2014 ​ແມ່ນ​ກໍລະນີ​ສະ​ເພາະ), ​ໂດຍສານສູງ​ສຸດ ສະຫະພັນ ລັດ​ເຊຍ ອຸປະຖຳ. ​ແຕ່ລະ​ປີ, ​ເວທີ​ປາ​ໄສ​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ແງ່​ມູນ​ແຕກ​ຕ່າງ​ກັນ​ຂອງ​ການ​ຮ່ວມ​ມື​ຍຸຕິ​ທຳ​ສາກົນ.


ຂ່າວ/ບົດ​ອື່ນ