ຫວຽດນາມເຂົ້າຮ່ວມເວທີປາໄສທົ່ວໂລກກ່ຽວກັບການອົບພະຍົບແລະພັດທະນາ

ຫວຽດນາມເຂົ້າຮ່ວມເວທີປາໄສທົ່ວໂລກກ່ຽວກັບການອົບພະຍົບແລະພັດທະນາ - ảnh 1
ພາບ​ປະ​ກອບ:internet

(vovworld)-  ​ແຕ່​ວັນ​ທີ 14-16/10 ຢູ່ ຕວກ​ກີ ໄດ້​ດຳ​ເນີນກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ 8 ເວ​ທີ​ປາ​ໄສ​ທົ່ວ​ໂລກ​ກ່ຽວ​ກັບ​ການ​ອົບ​ພະ​ຍົບ ແລະ ພັດ​ທະ​ນາ ດ້ວຍ​ຫົວ​ຂໍ້: “ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື: ຍົກ​ຍ້າຍ​ມະ​ນຸດເພື່ອ​ການ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ”. ເຂົ້າ​ຮ່ວມ​ເວ​ທີ​ປ​າ​ໄສ ມີ​ຜູ້​ແທນກວ່າ 1000 ຄົນ ໃນ​ນັ້ນ ມີ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ຫລາຍ​ທ່ານ​ທີ່​ມາ​ຈາກ 150 ປະ​ເທດ​ໃນ​ໂລກ, ຜູ້​ຕາງ​ຫນ້າ​ຫລາຍ​ອົງ​ການ​ສາ​ກົນ, ບັນ​ດາ​ອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ.  ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໂດຍ​ທ່ານ ຫງວຽນ​ກວກ​ຢູງ, ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ ເປັນ​ຫົວ​ຫນ້າ​ຄະ​ນະ​ໄດ້ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ. ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ, ທ່ານ ຫງວຽນ​ກວກ​ຢູງ ໄດ້​ເນັ້ນ​ຫນັກ​ເຖິງ​ການ​ສະ​ຫນັບ​ສະ​ຫນູນ​ຂອງ​ຫວຽດ​ນາມ ທີ່​ມີ​ຕໍ່​ເວ​ທີ​ປ​າ​ໄສ​ດັ່ງ​ກ່າວ ແລະ ແບ່ງ​ປັນ​ບົດ​ຮຽນ​ຈຳ​ນວນ​ຫນຶ່ງ​ຂອງ​ຫວຽດ​ນາມ ໃນ​ບັນ​ຫາ​ຄຸ້ມ​ຄອງ​ການ​ອົບ​ພະ​ຍົບ​ເພື່ອ​ເປົ້າ​ໝາຍ​ພັດ​ທະ​ນາ.

 

 

ຂ່າວ/ບົດ​ອື່ນ