ຫວຽດນາມເຂົ້າເປັນສະມາຊິກທີ84ຂອງIHOຢ່າງເປັນທາງການ

ຫວຽດນາມເຂົ້າເປັນສະມາຊິກທີ84ຂອງIHOຢ່າງເປັນທາງການ - ảnh 1
(​ພິທີ​ຊັກ​ທຸງຊາດ​ສສ.ຫວຽດນາມ ຢູ່ ປະ​ເທດ​ໂມ​ນາ​ໂກ)

(vovworld) – ວັນ​ທີ 02/09, ອົງການ​ວັກ​ແທ​ກ​ນ້ຳ​ສາກົນ (IHO) ​ໄດ້​ຈັດ​ພິທີ​ຊັກ​ທຸງຊາດ​ສສ.ຫວຽດນາມ ຢູ່ ປະ​ເທດ​ໂມ​ນາ​ໂກ ຢ່າງ​ສົມ​ກຽດ, ອັນ​​ໄດ້ເປັນ​ຂີດ​ໝາຍ​​ເລື່ອງ​ຫວຽດນາມ ຫວຽດນາມ ​ກາຍ​ເປັນ​ເປັນ​ສະມາຊິກ​ທີ 84 ຂອງ​ອົງການ​ນີ້. ພິທີ​ຖືກ​ດຳ​ເນີນ​ໄປ​ກົງ​ກັບ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ຊາດ​ຫວຽດນາມ.

          ​ເລື່ອງ​ຫວຽດນາມເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ IHO ​ແມ່ນ​ການ​ເຄື່ອນ​ໄຫວ​ຫັນ​ແຜນ​ນະ​ໂຍບາຍ​ເປັນ​ເຈົ້າ​ການ, ​ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ພັກ ​ແລະ ລັດ​ເປັນ​ລະອຽດ, ​ອັນໄດ້​ເປີດ​ຂີດ​ໝາຍ​ໃໝ່​​ໃນ​ປະຫວັດສາດ​​ແຫ່ງ​ການ​ພັດທະນາຂອງ​ກອງທັບ​ເຮືອ​ຫວຽດນາມ ​ແລະ ຂະ​ແໜງວັກ​ແທ​ກ​ນ້ຳ ຫວຽດນາມ. ດ້ວຍ​ການ​ເຂົ້າ​​ເປັນ​ສະມາຊິກ​ອົງການ IHO, ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ປະກອບສ່ວນ​ຢ່າງ​ຕັ້ງໜ​້າ ​ແລະ ມີ​ຄວາມ​ຮັບຜິດຊອບ​​ເຂົ້າບັນດາ​ບັນຫາ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຄວາມ​ປອດ​ໄພ​​ໃນ​ການ​ເດີນ​ທະ​ເລ​ຂອງພາກ​ພື້ນ ​ແລະ ​ໃນ​ໂລກ.

          ອົງ​ການ IHO, ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່​ອປີ 1970, ມີ​ສຳນັກງານ​ຕັ້ງ​ຢູ່ປະ​ເທດ​ໂມ​ນາ​ໂກ. ກົມ​ວັດ​​ແທກ​ທາງ​ທະ​ເລ​ສາກົນ ​ໄດ້​ກາຍ​ເປັນ​ອົງການ​ປະຈຳ​ການ​ຂອງ​ອົງການ​ນີ້.

ຂ່າວ/ບົດ​ອື່ນ