ຫວຽດນາມເຂົ້າເປັນເຂົ້າຮ່ວມສົນທິສັນຍາ 105 ກ່ຽວກັບການລົບລ້າງແຮງງານແບບບີບບັງຄັບຢ່າງເປັນທາງການ

(VOVWORLD) -ເລື່ອງລົບລ້າງແຮງງານແບບບີບບັງຄັບຕາມຂໍ້ກຳນົດທີ່ສົນທິສັນຍາເລກທີ 105 ແມ່ນໜຶ່ງໃນບັນດາມາດຕະຖານແຮງງານສາກົນພື້ນຖານ, ປະກອບສ່ວນຮັບປະກັນສິດເສລີ
ຫວຽດນາມເຂົ້າເປັນເຂົ້າຮ່ວມສົນທິສັນຍາ 105 ກ່ຽວກັບການລົບລ້າງແຮງງານແບບບີບບັງຄັບຢ່າງເປັນທາງການ - ảnh 1 (ພາບປະກອບ: TTXVN)

ດ້ວຍອັດຕາເຫັນດີ 94,82%, ສະມາຊິກສະພາແຫ່ງຊາດສ່ວນຫຼາຍໄດ້ເຫັນດີຮັບຮອງເອົາມະຕິວ່າດ້ວຍການເຂົ້າຮ່ວມສົນທິສັນຍາເລກທີ 105 ຂອງອົງການແຮງງານສາກົນ (ILO) ກ່ຽວກັບການລົບລ້າງແຮງງານແບບບີບບັງຄັບ, ໃນກອງປະຊຸມຖືກດຳເນີນໃນຕອນເຊົ້າວັນທີ 08 ມິຖຸນາ, ຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 14.

       ນີ້ແມ່ນໜຶ່ງໃນຈຳນວນ 8 ສົນທິສັນຍາພື້ນຖານຂອງ ILO. ເລື່ອງລົບລ້າງແຮງງານແບບບີບບັງຄັບຕາມຂໍ້ກຳນົດທີ່ສົນທິສັນຍາເລກທີ 105 ແມ່ນໜຶ່ງໃນບັນດາມາດຕະຖານແຮງງານສາກົນພື້ນຖານ, ປະກອບສ່ວນຮັບປະກັນສິດເສລີ ແລະ ກຽດສັກສີຂອງຜູ້ອອກແຮງງານ. ເມື່ອເຕື້ອງເຖິງເລື່ອງເຂົ້າຮ່ວມສົນທິສັນຍາ 105, ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ດ່າວງອັກຢຸງ, ຖືວ່າ.

        “ເລື່ອງເຂົ້າຮ່ວມສົນທິສັນຍາແມ່ນປະຕິບັດສິດຂອງພົນລະເມືອງ, ສິດທິມະນຸດຢູ່ຫວຽດນາມ. ທີ 2 ແມ່ນປະຕິບັດໜ້າທີ່ຄວາມຮັບຜິດຊອບເປັນສະມາຊິກໃນປະຊາຄົມສາກົນ. ກ່ຽວກັບພື້ນຖານນິຕິກຳ, ກົດໝາຍຫວຽດນາມ ແມ່ນຄົບຖ້ວນ ແລະ ລະບົບກົດໝາຍຂອງຫວຽດນາມ ແມ່ນເໝາະສົມ. ບົນພື້ນຖານນັ້ນ, ລັດຖະບານຈະສ້າງລາຍການຈັດແບ່ງຂັ້ນແຕ່ລະຂະແໜງ, ແຕ່ລະທ້ອງຖິ່ນເພື່ອຈັດຕັ້ງປະຕິບັດ.”

ເນື່ອງໃນໂອກາດນີ້, ອົງການຈັດຕັ້ງແຮງງານສາກົນ (ILO) ກໍໄດ້ສະແດງຄວາມຍິນດີກັບຫວຽດນາມກ່ຽບກັບຂໍ້ຕົກລົງວ່າດ້ວຍການໃຫ້ສັດຕະຍາບັນສົນທິສັນຍາເລກທີ 105 ກ່ຽວກັບການລົບລ້າງແຮງງານແບບບີບບັງຄັບ. ທ່ານນາງ Corrine Vargha, ຫົວໜ້າອະນຸກຳມະການແຮງງານສາກົນ ຂອງ ILO ປະຈຳ ເຊີແນວ, ປະເທດສະວິດ ໄດ້ສະແດງຄວາມຊົມເຊີຍວ່າ ຫວຽດນາມ ພວມສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງໃນວິວັດແຫ່ງການຕໍ່ສູ້ຕ້ານແຮງງານແບບບີບບັງຄັບ ດ້ວຍທຸກວິທີທາງ. ຊ້ຳບໍ່ໜຳ, ຜ່ານການໃຫ້ສັດຕະຍາບັນສົນທິສັນຍາສະບັບດັ່ງກ່າວ, ຫວຽດນາມ ພວມກ້າວເຂົ້າໃກ້ກັບການບັນລຸໄດ້ຄວາມເພິ່ງພໍໃຈ ແລະ ປະຕິບັດໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ 2030 ຂອງ ສປຊ ຢູ່ໃນລະດັບຊາດ.


ຕອບກັບ

ຂ່າວ/ບົດ​ອື່ນ