ຫວຽດ​ນ​າມເຊື່ອມ​ຕໍ່​ການເດີນ​ທາງ​ໄປ​ມາຄືນ​ໃໝ່​​ ບົນ​ພື້ນ​ຖານ​ຮັບປະ​ກັນ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ​, ສ​ະ​ກັດ​ກັ້ນ​ໂລກ​ລະ​ບາດ

(VOVWORLD) -ອີງໃສ່ສະພາບການ ແລະ ຄວາມຕ້ອງການຂອງສອງຝ່າຍ, ຫວຽດນາມພວມແລກປ່ຽນກັບບາງປະເທດຄື: ຈີນ, ສ.ເກົາຫຼີ, ຍີ່ປຸ່ນ ກ່ຽວກັບການເຊື່ອມຕໍ່ການເດີນທາງໄປມາຄືນໃໝ່ບົນພື້ນຖານຮັບປະກັນການປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ ດ້ວຍບັນດາເງື່ອນໄຂຢ່າງລະອຽດ, ບໍ່ປະໃຫ້ໂລກລະບາດແຜ່ລາມ".
ຫວຽດ​ນ​າມເຊື່ອມ​ຕໍ່​ການເດີນ​ທາງ​ໄປ​ມາຄືນ​ໃໝ່​​ ບົນ​ພື້ນ​ຖານ​ຮັບປະ​ກັນ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ​, ສ​ະ​ກັດ​ກັ້ນ​ໂລກ​ລະ​ບາດ - ảnh 1ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN) 

ວັນທີ 18 ມິຖຸນາ 2020, ເມື່ອຕອບຄຳຖາມຂອງນັກຂ່າວສະເໜີໃຫ້ຮູ້ກ່ຽວກັບຄວາມອາດສາມາດຂອງຫວຽດນາມໃນການເຊື່ອມຕໍ່ການເດີນທາງໄປມາກັບບັນດາປະເທດໃນສະພາບການຫວຽດນາມ ຄວບຄຸມ ໂລກລະບາດໄດ້ໃນເບື້ອງຕົ້ນ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມໃຫ້ຮູ້ວ່າ:

“ອີງໃສ່ສະພາບການ ແລະ ຄວາມຕ້ອງການຂອງສອງຝ່າຍ, ຫວຽດນາມພວມແລກປ່ຽນກັບບາງປະເທດຄື: ຈີນ, ສ.ເກົາຫຼີ, ຍີ່ປຸ່ນ ກ່ຽວກັບການເຊື່ອມຕໍ່ການເດີນທາງໄປມາຄືນໃໝ່ບົນພື້ນຖານຮັບປະກັນການປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ ດ້ວຍບັນດາເງື່ອນໄຂຢ່າງລະອຽດ, ບໍ່ປະໃຫ້ໂລກລະບາດແຜ່ລາມ, ກ່ອນອື່ນໝົດ ແມ່ນສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກຊ່ຽວຊານ, ນັກບໍລິຫານຄຸ້ມຄອງຂອງບັນດາປະເທດເຫຼົ່ານັ້ນກັບຄືນມາເຮັດວຽກຢູ່ຫວຽດນາມ ແລະ ນັກສຶກສາ, ຜູ້ອອກແຮງງານຫວຽດນາມໄປເຮັດວຽກ ແລະ ຝຶກງານຢູ່ບັນດາປະເທດດັ່ງກ່າວ”

ຕອບກັບ

ຂ່າວ/ບົດ​ອື່ນ