ຫວຽດ​ນາມ​ເຊື່ອມ​ຕໍ່ສາຍ​ການບິນ​ທາງການ​ຄ້າ​ສາ​ກົນ​ໃນ​ເງື່ອນ​ໄຂ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ

(VOVWORLD) -ວັນທີ 17 ກັນຍາ, ຢູ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມກ່ຽວກັບແຜນການເຊື່ອມຕໍ່ສາຍການບິນສາກົນຂອງຫວຽດນາມ. 
ຫວຽດ​ນາມ​ເຊື່ອມ​ຕໍ່ສາຍ​ການບິນ​ທາງການ​ຄ້າ​ສາ​ກົນ​ໃນ​ເງື່ອນ​ໄຂ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ - ảnh 1 ສະໜາມບິນໂນ້ຍບາຍຢຸດການເຄື່ອນໄຫວນັບແຕ່ເດືອນກຸມພາ (ພາບ: baoquocte.vn)

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມໃຫ້ຮູ້ວ່າ: ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີໄດ້ຕົກລົງໃຫ້ເຊື່ອມຕໍ່ບາງສາຍການບິນທາງການຄ້າລະຫວ່າງ ຫວຽດນາມ ກັບ 6 ປະເທດ ແລະ ເຂດແຄ້ວນຄື: ຍີ່ປຸ່ນ, ສ.ເກົາຫຼີ, ຈີນ, ໄຕ້ຫວັນ, ລາວ ແລະ ກຳປູເຈຍ. ບັນດາເປົ້າໝາຍໄດ້ອະນຸຍາດໃຫ້ເຂົ້າເມືອງໃນສາຍການບິນທາງການຄ້ານີ້ລວມມີ: ພົນລະເມືອງຫວຽດນາມ, ຊາວຕ່າງປະເທດທີ່ຖືໜັງສືແຜ່ນແດນທາງການທູດ, ລັດຖະການ, ແມ່ນນັກຊ່ຽວຊານ, ນັກລົງທຶນ, ນັກຄຸ້ມຄອງວິສາຫະກິດ, ແຮງງານເຕັກນິກສູງ, ພໍ່ແມ່ພີ່ນ້ອງຂອງນັກຮຽນ, ນັກສຶກສາສາກົນ, ພໍ່ແມ່ພີ່ນ້ອງອາໄສຢູ່ຕ່າງປະເທດຂອງພົນລະເມືອງຫວຽດນາມ. ທ່ານນາງກ່າວວ່າ:

ເພື່ອປະຕິບັດ, ຫວ່າງແລ້ວນີ້, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງໄດ້ເຮັດວຽກກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຕ່າງປະເທດ. ບັນດາຖ້ຽວບິນລະຫວ່າງ ຫວຽດນາມ ກັບຍີ່ປຸ່ນ, ສ.ເກົາຫຼີ, ໄຕ້ຫວັນ, ຈີນ ແມ່ນໄດ້ຜັນຂະຫຍາຍມາແຕ່ວັນທີ 15 ກັນຍາແລ້ວ ສ່ວນລາວ ແລະ ກຳປູເຈຍຈະຜັນຂະຫຍາຍໃນວັນທີ 22 ກັນຍາ. ຜູ້ຢາກເຂົ້າເມືອງຫວຽດນາມ ໃນສາຍການບິນດັ່ງກ່າວນັບທັງຜູ້ຜ່ານແດນໄປປະເທດອື່ນກໍ່ລ້ວນແຕ່ຕ້ອງປະຕິບັດຢ່າງເຂັ້ມງວດກ່ຽວກັບບັນດາເງື່ອນໄຂກວດສຸຂະພາບ, ວິໄຈກວດຫາເຊື້ອພາຍຫຼັງເຂົ້າເມືອງ ແລະ ປະຕິບັດການແຍກຕົວຢ່າງເໝາະສົມຕາມຂໍ້ກຳນົດປ້ອງກັນ, ຕ້ານໂລກລະບາດ Covid – 19 ຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ