ຫວຽດນາມເດັດດ່ຽວຄັດຄ້ານການກະທຳຂອງຈີນຢູ່ທະເລຕາເວັນອອກ

ຫວຽດນາມເດັດດ່ຽວຄັດຄ້ານການກະທຳຂອງຈີນຢູ່ທະເລຕາເວັນອອກ   - ảnh 1

(vovworld)- ຕອນ​ບ່າຍ​ວັນ​ທີ 25/2, ໃນ​ການ​ປະ​ຊຸມ​ຂ່າວ​ສາ​ກົນ ຊື່ງ​ດຳ​ເນີນ​ໃນ​ຕອນ​ບ່າ​ຍວ​ັນ​ທີ 25/2 ຢູ່ ຮ່າ​ໂນ້ຍ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບີງ ເນັ້ນ​ຫນັກ​ບັນ​ດາ​ການ​ກະ​ທຳ​ມໍ່ໆ​ມານີ້​ຂອງ​ຈີນ ຢູ່ ທະ​ເລ​ຕາ​ເວັນ​ອອກ. ການ​ກະ​ທຳ​ດັ່ງ​ກ່າວ​ຂອງ​ຈີນ ພວມ​ນາບ​ຂູ່​ເຖິງ​ສັນ​ຕິ​ພາບ, ສະ​ຖຽນ​ລ​ະ​ພາບ, ລ່ວງ​ລະ​ເມີດ​ເຖິງ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ. ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ປະ​ຕິ​ກິ​ລ​ີ​ຍາ​ຂອງ​ຫວຽດ​ນາມ ຕໍ່​ຫນ້າ​ເລື່ອງ​ຈີນ ນຳ​ອາ​ວຸດ​ເຖິງ​ເກາະ ຟູ​ເລີມ ຂຶ້ນ​ກັບ​ເກາະ​ຮ່​ວາງ​ຊາ ຂອງ​ຫວຽດ​ນາມ ກໍ​ຄື​ພວມ​ມີແຜນ​ການຕິດ​ຕັ້​ງ​ລະ​ບົບ radar ຢູ່​ເກາະ​ຈຳ​ນວນ​ຫນຶ່ງ​ໃນ​​ບໍ​ລິ​ເວນ​ໝູ່​ເກາະ​ເຈື່ອງ​ຊາ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບີງ ຢືນ​ຢັນ​ວ່າ:

        “ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ຢູ່ ໝູ່​ເກາະ ຮ​ວ່າງ​ຊາ ແລະ ເຈື່ອງ​ຊາ ບໍ່​ອາດ​ປະ​ຕິ​ເສດ​ໄດ້. ໂດຍບໍ່​ຫົວ​ຊາ​ຕໍ່​ການ​ຄັດ​ຄ້ານ ແລະ ຄວາມ​ວິ​ຕົກ​ກັງ​ວົນຂອງ​ຫວຽດ​ນາມ ກໍ​ຄື​ຂອງ​ປະ​ຊາ​ຄົມ​ສາ​ກົນ, ຈີນ​ຍັງ​ຄົງ​ສືບ​ຕໍ່​ມີ​ບັນ​ດາ​ການ​ກະ​ທຳ ບໍ່​ພຽງ​ແຕ່​ລ່ວງ​ລະ​ເມີດ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ, ຊຸກ​ຍູ້​ການ​ນຳ​ໃຊ້​ທະ​ຫານ​ຢູ່ ທະ​ເລ​ຕາ​ເວັນ​ອອກ ເທົ່າ​ນັ້ນ ຫາກ​ຍັງ​ນາບ​ຂູ່​ເຖິງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ກໍ​ຄື​ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ ແລະ ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ພວກ​ຂ້າ​ພະ​ເຈົ້າ​ເດັດ​ດ່ຽວ​ຄັດ​ຄ້ານ​ບັນ​ດາ​ການ​ກະ​ທຳ​ລ່ວງ​ລະ​ເມີດ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ແລະ ຮຽກ​ຮ້ອງ​ຈີນ ຕ້ອງ​ມີ​ຄຳ​ເວົ້າ, ການ​ກະ​ທຳ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ມີ​ລັກ​ສະ​ນະ​ສ້າງ​ສັນ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ກໍ​ຄື​ໃນ​ໂລກ ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ.”

        ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ການ​ເຄື່ອນ​ໄຫວ​ລາດ​ຕະ​ເວັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຂອງ​ບັນ​ດາ​ກຳ​ລັງ ອາ​ເມ​ລິ​ກາ ກໍ​ຄື​ຖະ​ແຫລງ​ການມໍ່ໆ​ມານີ້​ຂອງ ອ​າ​ເມ​ລິ​ກາ ກ່ຽວ​ກັບ​ເລື່ອງ​ອາດ​ຈະ​ຜັນ​ຂະ​ຫຍາຍລະ​ບົບ​ປືນ​ໃຫຍ່​ເຄື່ອນ​ທີ່​ຢ່​ູ​ທະ​ເລ​ຕາ​ເວັນ​ອອກ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເລ​ຫາຍ​ບີງ ເນັ້ນ​ຫນັກ​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ຊີ້​ແຈ້ງ​ທັດ​ສະ​ນະ​ຂອງ​ຕົນ​ເປັນ​ຫລາຍ​ເທື່ອ​ແລ້ວ ຫວຽດ​ນາມ  ເຄົາ​ລົບ​ການ​ໄປ​ມາ​ທີ່ບໍ່​ສົ່ງ​ຜົນ​ສະ​ທ້ອນ​ໃດໆ​ໃນ​ເຂດ​ນ່ານ​ທະ​ເລ ທີ່​ເໝາະ​ສົມ​ກັບ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ຂ້ອງ​ເຖິງ​ກົດ​ໝາຍ​ສາ​ກົນ. ພ້ອມ​ທັງ ສະ​ເຫນີ​ທຸກ​ປະ​ເທດ​ມີ​ການ​ປະ​ກອບ​ສ່ວນ​ຕັ້ງ​ຫນ້າ ແລະ ແທດ​ຈິງ​ເຂົ້າ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ.”

 

ຂ່າວ/ບົດ​ອື່ນ