ຫວຽດນາມເດັດດ່ຽວຄັດຄ້ານແລະປະຕິເສດຂໍ້ຕົກລົງຂອງຈີນຫ້າມການຫາປາຢູ່ທະເລຕາເວັນອອກ

(VOVWORLD) -ວັນທີ 4/5 ທີ່ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບຄຳຖາມກ່ຽວກັບປະຕິກິລິຍາຂອງຫວຽດນາມ ກ່ຽວຂ້ອງເຖິງຂໍ້ກຳນົດຫ້າມການຫາປາຢູ່ທະເລຕາເວັນອອກ ຊື່ງຈີນ ໄດ້ວາງອອກຕາມລຳພັງຝ່າຍດຽວ
ຫວຽດນາມເດັດດ່ຽວຄັດຄ້ານແລະປະຕິເສດຂໍ້ຕົກລົງຂອງຈີນຫ້າມການຫາປາຢູ່ທະເລຕາເວັນອອກ - ảnh 1 ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ 

ຕາມນັ້ນແລ້ວ ຫ້າມບັນດາການເຄື່ອນໄຫວຫາປາຢູ່ທະເລຕາເວັນອອກນັບແຕ່ວັນທີ 1/5 ຮອດວັນທີ 16/8, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ຊີ້ແຈ້ງວ່າ:

        “ຫວຽດນາມເດັດດ່ຽວຄັດຄ້ານ ແລະ ປະຕິເສດຂໍ້ຕົກລົງຕາມລຳພັງຝ່າຍດຽວຂອງຈີນ ເພາະໄດ້ລະເມີດອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະຮ່ວາງຊາ ກໍຄືບັນດາສິດຖືກຕ້ອງກັບກົດໝາຍສຳລັບບັນດາເຂດທະເລຂອງຫວຽດນາມ ໄດ້ຮັບຮູ້ວ່າແມ່ນສອດຄ່ອງກັບສົນທິສັນຍາຂອງ ສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ລະເມີດກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາກົດໝາຍວ່າດ້ວຍທະເລຂອງສະຫະປະຊາຊາດປີ 1982 ແລະ ບັນດາເອກະສານນິຕິກຳສາກົນທີ່ກ່ຽວຂ້ອງ, ໄປຝືນກັບຈິດໃຈ ແລະ ເນື້ອໃນຂອງຖະແຫລງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ລະຫວ່າງ ອາຊຽນ ແລະ ຈີນ, ບໍ່ສອດຄ່ອງກັບທ່າອ່ຽງພັດທະນາຂອງການພົວພັນລະຫວ່າງສອງປະເທດໃນສະພາບການປະຈຸບັນ, ບໍ່ມີຜົນປະໂຫຍດຕໍ່ການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ”

        ກ່ຽວກັບທັດສະນະຂອງຫວຽດນາມ ສຳລັບ ສັນຍາຄູ່ຮ່ວມມືເສດຖະກິດຂ້າມປາຊີຟີກ (TPP), ຊື່ງໄດ້ໂຮມປະຊຸມລະຫວ່າງ 11 ປະເທດສະມາຊິກຫວ່າງແລ້ວນີ້ ໂດຍບໍ່ມີການເຂົ້າຮ່ວມຂອງອາເມລິກາ, ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ຢືນຢັນວ່າ: ຫວຽດນາມ ຖືການເຂົ້າຮ່ວມ TPP ແລະ ບັນດາສັນຍາການຄ້າເສລີ (FTA) ແມ່ນຫນຶ່ງໃນບັນດາບາດກ້າວຜັນຂະຫຍາຍແຜນນະໂຍບາຍ ເປັນເຈົ້າການ ແລະ ຕັ້ງຫນ້າເຊື່ອມໂຍງເຂົ້າກັບເສດຖະກິດສາກົນຢ່າງເລິກເຊິ່ງກວ້າງຂວາງ, ຮອບດ້ານ, ສ້າງລະບົບກົດໝາຍ ແລະ ລະບອບເສດຖະກິດການຕະຫລາດໃຫ້ສົມບູນແບບ, ສ້າງກຳລັງຫນູນໃຫມ່ເພື່ອພັດທະນາ ພ້ອມທັງປະກອບສ່ວນເຂົ້າທ່າອ່ຽງເຊື່ອມໂຍງ ແລະ ຮ່ວມສຳພັນພາກພື້ນ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ