ຫວຽດນາມເດັດດ່ຽວປົກປັກຮັກສາເອກະລາດ,ອະທິປະໄຕຂອງປະເທດຊາດ

ຫວຽດນາມເດັດດ່ຽວປົກປັກຮັກສາເອກະລາດ,ອະທິປະໄຕຂອງປະເທດຊາດ - ảnh 1
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເຂົ້າຮ່ວມກອງປະຊຸມ
(ພາບ: vov.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 15/7, ສະພາ​ປະຊາຊົນ​ແຂວງ ຮ່າ​ນາມ ​ໄດ້​ໄຂ​ກອງປະຊຸມ​ຄັ້ງ​ທີ 9, ຊຸດ​ທີ 17. ​ຂຶ້ນໃນ 3 ວັນ​ດຳ​ເນີນ​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ສຸ​ມ​ໃສ່​ຕີ​ລາຄາ​ສະພາບ​ການ​ພັດທະນາ​ເສດຖະກິດ​ຂອງ 6 ​​ເດືອນຕົ້ນ​ປີ ​ແລະ ທິດ​ທາງ​ໜ້າ​ທີ່ 6 ​ເດືອນ​ທ້າຍ​ປີ 2014, ຮັບ​ຟັງ​ການຜັນ​ແປ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ກໍ່​ຄື​ລາຍ​ງານ​ສະຫລຸບ​ໝາກຜົນ​ແຫ່ງ​ການ​ແກ້​ໄຂ, ຂໍ້ສະ​ເໜີ​ແນ​ະຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮູ່ງ ຖື​ວ່າ: ​ແຂວງ ຮ່າ​ນາມ ຄວນ​ຍົກ​ອອກ​ບັນດາ​ມາດ​ຕະການ​ພັດທະນາ​ເສດຖະກິດ, ຮັບປະກັນ​ຄວາມ​ສະຫງົບ, ການ​ເມືອງ, ຫຼີກ​ລ້ຽງ​ບໍ່​ປະ​ໃຫ້​ເກີດ​ການ​ຜັນ​ແປ​ໃນ​ສະພາບ​ການ​ໃໝ່. ​ເມື່ອ​ເຕື້ອງ​ເຖິງ​ການ​ປະຕິບັດ​ລັດຖະທຳ​ມະນູນ, ທ່ານ​ ຫງວຽນ​ຊິງ​ຮູ່ງ ສະ​ເໜີ​ໃຫ້​ແຂວງ ຮ່າ​ນາມ ສືບ​ຕໍ່​ໂຄສະນາ​ເຜີຍ​ແຜ່ ​ແລະ ຜັນ​ຂະຫຍາຍ​ເພື່ອ​​ໃຫ້​ລັດຖະທຳ​ມະນູນ​ເຂົ້າ​ສູ່​ຊີວິດຕົວ​ຈິງ..​.

    ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ສູນ​ການຜັນ​ແປ​ສັບສົນ, ບໍ່​ສາມາດ​ຄາດ​ຄະ​ເນ​ໄວ້ລ່ວງ​ໜ້າ ຍ້ອນ ຈີນ ຕັ້ງ​ຮ້ານ​​ເຈາະ​ນ້ຳມັນ​​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະ​ວີ​ບຂອງ ຫວຽດນາມ, ນາບ​ຂູ່​ອະທິປະ​ໄຕ, ຄວາມ​ສະຫງົບ​ຂອງ​ປະ​ເທດ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຊີ້​ແຈ້ງວ່າ: ສະພາ​ແຫ່ງ​ຊາດ ​ໄດ້​ຕັດສິນ​ຫຼາຍ​ແຜນ​ນະ​ໂຍບາຍ, ມາດ​ຕະການ​ສຳຄັນ ​ແລະ ຮຽກຮ້ອງ​ໃຫ້​ລັດຖະບານ, ທຸກ​ຂະ​ແໜງ​ການ, ທຸກ​ຂັ້ນ ຜ່ານ​ຜ່າ​ການ​ທ້າ​ທາຍ, ສາມັກຄີ, ​ເປັນ​​ເອກະ​ພາບ​ກັນ, ພ້ອມ​ກັບ​ຖັນ​ແຖວ​ນັກທຸລະກິດ ​ແລະ ພໍ່​ແມ່​ປະຊາຊົນ, ນັກຮົບ​ໃນ​ທົ່ວ​ປະ​ເທດ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ພາຍ​ໃນ, ຍາດ​ແຍ່ງ​ການ​ໜູນ​ຊ່ວຍ, ສາມັກຄີ​ສາກົນ​ຢ່າງ​ມີ​ປະສິດທິ​ຜົນ, ສືບ​ຕໍ່​ຮັກສາ​ເສດຖະກິດ​ມະຫາ​ພາກ, ຟື້ນ​ຟູ​ທ່າ​ເຕີບ​ໂຕ​ໃຫ້​ໜັກ​ແໜ້ນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ, ​ເນັ້ນ​ໜັກ​ວ່າ:

    “ພວກ​ເຮົາ​ບໍ່ທໍ້​ຖອນ​ໃຈຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຕ້ອງການ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ​ທີ່​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ. ປະ​ເທດ ຫວຽດນາມ ມີ​ປະຫວັດສາດ​ນັບ​ພັນ​ປີ, ​ໄດ້​ຕີ​ເອົາ​ຊະນະ​ສັດຕູ​ຜູ້​ຮຸກ​ຮານ​ທຸກ​ໂຕ. ພວກ​ເຮົາ​ບໍ່​ຢ້ານ​ກົວ, ບໍ່​ປະ​ໃຫ້​ສະພາບ​ການ​ເກີນ​ຂອບ​ເຂດ, ຖືກຕົກ​ຢູ່​ທ່າຮັບ ​ເຮັດ​ໃຫ້​ພວກ​ເຮົາ​​ເສຍ​ສະຕິລະວັງ​ຕົວ.”



ຂ່າວ/ບົດ​ອື່ນ