ຫວຽດນາມເດັດດຽວຮັບປະກັນປອດໄພໃຫ້ບັນດາອົງການຈັດຕັ້ງ, ວິສາຫະກິດຂອງຕ່າງປະເທດຢູ່ຫວຽດນາມ

ຫວຽດນາມເດັດດຽວຮັບປະກັນປອດໄພໃຫ້ບັນດາອົງການຈັດຕັ້ງ, ວິສາຫະກິດຂອງຕ່າງປະເທດຢູ່ຫວຽດນາມ - ảnh 1
ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບີງກ່າວຄຳເຫັນໄຂ ການປະຊຸມຂ່າວ    (ພາບ : bongoaigiao)

(vovworld)- ຕອນ​ບ່າຍ​ວັນ​ທີ 17/5 ຢູ່​ຮ່າ​ໂນ້ຍ, ກະຊວງ​ການ​ຕ່າງ​ປະ​ເທດ​ຫວຽດນາມ​ໄດ້​ຈັດການ​ປະຊຸມ​ຂ່າວ​ສາກົນ​ເພື່ອ​ແຈ້ງ​ຂ່າວ​ເຖິງ​ຫາງ​ສຽງ​ພາຍ​ໃນ​ປະ​ເທດ ​ແລະ ສາກົນ​ກ່ຽວ​ກັບ​ບັນດາກໍລະນີ​ກໍ່​ຄວາມ​ວຸ່ນວາຍ, ທຳລາຍ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ບາງ​ເຂດ​ອຸດສາຫະກຳ​ຢູ່​ແຂວງ ບີ​ງ​ເຢືອງ, ດົງ​ນາຍ, ຮ່າ​ຕິ້ງ, ນະຄອນ​ໂຮ່ຈິ​ມິນ. ​ເຂົ້າ​ຮ່ວມ​ມີ​ບັນດາ​ຜູ້ຕາງໜ້າ​ກະຊວງ​ຕຳຫຼວດ, ກະຊວງ​ແຜນການ ​ແລະ ລົງທຶນ, ກະຊວງ​ການ​ຕ່າງ​ປະ​ເທດ.... ບັນດາ​ຜູ້​ໃຫ້​ຄຳ​ຕອບ​ໃນ​ການ​ປະຊຸມ​ຂ່າວ​ລ້ວນ​ແຕ່​ຢືນຢັນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ແມ່ນເດັດ​ດຽວປັບ​ໄໝລົງ​ໂທດ​ຕາມ​ລະບຽບ​ກົດໝາຍ​ສຳລັບບັນດາ​ເປົ້າ​ໝາຍ​ກໍ່​ຄວາມ​ວຸ່ນວາຍ, ທຳລາຍ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ຮັບປະກັນ​ຄວາມ​ສະຫງົບປອດ​ໄພກ່ຽວ​ກັບ​ຊີວິດ​ອິນ​ຊີ ​ແລະ ຊັບ​ສິນ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ, ວິ​ສາ​ຫະກິດ​ຂອງ​ຕ່າງປະ​ເທດ​ພວມ​ເຄື່ອນ​ໄຫວຢູ່​ຫວຽດນາມ, ​ໃນ​ນັ້ນ​ມີ​ບັນດາ​ວິ​ສາ​ຫະກິດ​ຂອງ​ຈີນ.

   ທີ່​ການ​ປະຊຸມ​ຂ່າວ, ທ່ານ​ພົນ​ຕີ ຮ່ວາງ​ກົງ​ຕື ຫົວໜ້າ​ຕຳຫຼວດ​ສືບສວນ ປ້ອງ​ກັນ​ຄວາມ​ສະຫງົບ- ກະຊວງ​ຕຳຫຼວດ​ຫວຽດນາມ​ໃຫ້​ຮູ້​ວ່າ : ບັນດາກໍລະນີ​ກໍ່​ຄວາມ​ວຸ່ນວາຍ, ທຳລາຍ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ບາງທ້ອງ​ຖິ່ນ​ຂອງ​ຫວຽດນາມ​ໃນ​ເວລາ​ທີ່​ຜ່ານ​ມາ ​ແມ່ນ​ເປັນ​ໜ້າ​ເສຍດາຍ​ທີ່​ສຸດ. ມາ​ຮອດ​ປະຈຸ​ບັນ, ນາຍົກລັດຖະມົນຕີຫວຽດນາມ​ໄດ້​ອອກ​ຄຳ​ສັ່ງ 4 ສະບັບ​ສະ​ເໜີ​ໃຫ້​ທຸກ​ພາກສ່ວນ, ທ້ອງ​ຖິ່ນ​ຕ່າງໆ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ຈົ່ງ​ແກ້​ໄຂ​ຢ່າງ​ຂ້ຽວຂາດ. ການນຳບັນດາກະຊວງ, ຂະແໜງການຕ່າງໆ ທີ່​ມີ​ສ່ວນ​ກ່ຽວຂ້ອງໄດ້ລົງ ຢ້ຽມຢາມຖາມຂ່າວບັນດາວິສາຫະກິດ, ພາລະກອນຊາວ ຕ່າງປະເທດ ​ແລະ ຫວຽດນາມ​ຖືກ​ເສຍ​ຫາຍ​ກໍ​ຄື​ແລກປ່ຽນ​ມາດ​ຕະການ​ເພື​ອ່​ແກ້​ໄຂ.

    ສ່ວນ​ທ່ານ​ດັ້ງ​ມິນ​​ຄອຍ ຜູ້​ຊ່ວຍ​ວຽກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ໃຫ້​ຮູ້​ວ່າ : ດ້ວຍ​ຄວາມ​ຕັດສິນ​ໃຈ​ຢ່າງ​ສູງ​ຂອງ​ລັດຖະບານ, ບັນດາກະຊວງ, ຂະແໜງການຕ່າງໆທີ່​ມີ​ສ່ວນ​ກ່ຽວຂ້ອງນັ້ນ, ມາ​ຮອດ​ປະຈຸ​ບັນ​ສະພາບ​ການ​ຢູ່​ບັນດາ​ທ້ອງ​ຖິ່ນ​ເກີດ​ຄວາມ​ວຸ່ນວາຍ ​ໄດ້​ກັບ​ຄືນ​ສູ່​ປົກກະຕິ. ຄວາມ​ສະຫງົບປອດ​ໄພກ່ຽວ​ກັບ​ຊີວິດ​ອິນ​ຊີ ​ແລະ ຊັບ​ສິນ​ຂອງຊາວ​ຕ່າງປະ​ເທດ​ຢູ່​ຫວຽດນາມ​ໄດ້​ຮັບ​ການ​ຮັບປະກັນ. ບັນດາ​ວິ​ສາ​ຫະກິດ​ຂອງ​ຫວຽດນາມ ​ແລະ ຕ່າງປະ​ເທດ​ເກືອ​ບທັງ​ໝົດ​ໄດ້​ຟື້ນ​ຟູ​ການ​ເຄື່ອນ​ໄຫວຜະລິດ, ດຳ​ເນີນ​ທຸລະ​ກິດ;​ຂອງ​ຕົນ​ເປັນ​ປົກກະຕິ.

ຂ່າວ/ບົດ​ອື່ນ