ຫວຽດ​ນາມ​ເນັ້ນ​ໜັກ​ເຖິງການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ລັດ​ຖະ​ສະ​ພາ​ເຂົ້າ​ໃນ​ການ​ຊຸກ​ຍູ້​ບັນ​ດາ​ເປົ້າ​ໝ​າຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ ສ​ປ​ຊ

(VOVWORLD) - ເວທີປາໄສ ລັດຖະສະພາປີນີ້ສຸມໃສ່ 2 ເປົ້າໝາຍພັດທະນາແບບຍືນຍົງ (SDG) ພວມໄດ້ຮັບການພິຈາລະນາຢູ່ HLPF, ລະອຽດແມ່ນ SDG – 16 ກ່ຽວກັບສັນຕິພາບ, ຍຸຕິທຳ ແລະ ລະບອບລະບຽບການໝັ້ນຄົງເຂັ້ມແຂງ ແລະ SDG – 13 ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. 
ຫວຽດ​ນາມ​ເນັ້ນ​ໜັກ​ເຖິງການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ລັດ​ຖະ​ສະ​ພາ​ເຂົ້າ​ໃນ​ການ​ຊຸກ​ຍູ້​ບັນ​ດາ​ເປົ້າ​ໝ​າຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ ສ​ປ​ຊ - ảnh 1ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມເວທີປາໄສ (ພາບ: TTXVN)

ນັບແຕ່ວັນທີ 16 – 18 ກໍລະກົດ, ຢູ່ສຳນັກງານ ສປຊ ທີ່ນິວຢອກ (ອາເມລິກາ), ເວທີປາໄສລັດຖະສະພາ ຂຶ້ນກັບເວທີປາໄສການເມືອງຂັ້ນສູງ ສປຊ (HLPF) ໄດ້ດຳເນີນກອງປະຊຸມກ່ຽວກັບບັນດາເປົ້າໝາຍພັດທະນາແບບຍືນຍົງ. ທ່ານ ຫວູຫ໋າຍຮ່າ ປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມເວທີປາໄສ.

ເວທີປາໄສ ລັດຖະສະພາປີນີ້ສຸມໃສ່ 2 ເປົ້າໝາຍພັດທະນາແບບຍືນຍົງ (SDG) ພວມໄດ້ຮັບການພິຈາລະນາຢູ່ HLPF, ລະອຽດແມ່ນ SDG – 16 ກ່ຽວກັບສັນຕິພາບ, ຍຸຕິທຳ ແລະ ລະບອບລະບຽບການໝັ້ນຄົງເຂັ້ມແຂງ ແລະ SDG – 13 ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ໃນວາລະປະຊຸມດ້ວຍຫົວຂໍ້ “ການລົງທຶນໃຫ້ແກ່ບັນດາລັດຖະສະພາແມ່ນບັນດາກົນໄກຄຸ້ມຄອງສຳຄັນ”, ຜູ້ຕາງໜ້າ ຫວຽດນາມ ໄດ້ຕີລາຄາວ່າ ໂລກພວມປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ ແລະ ສິ່ງທ້າທາຍທີ່ຮ້າຍແຮງ, ເຮັດໃຫ້ການປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ ຂອງ ສປຊ ຖືກຊັກຊ້າລົງ, ມີຫຼາຍເປົ້າໝາຍຍາກທີຈະປະຕິບັດສຳເລັດຕາມແຜນການວາງອອກ. ໃນສະພາບການນັ້ນ, ຄວາມເອົາໃຈໃສ່ຊຸກຍູ້ບົດບາດຂອງບັນດາລັດຖະສະພາ - ກົນໄກຄຸ້ມຄອງສຳຄັນຕິດພັນກັບເປົ້າໝາຍພັດທະນາແບບຍືນຍົງ (SDG) ເລກ16 ມີຄວາມໝາຍສຳຄັນ, ເພື່ອແນໃສ່ເພີ່ມທະວີການກະທຳຂອງບັນດາລັດຖະສະພາຂອງແຕ່ລະປະເທດ, ພ້ອມທັງສົມທົບ, ຮ່ວມແຮງຮ່ວມໃຈກັບປະຊາຄົມສາກົນຫັນໂຄງການດຳເນີນງານ 2030 ແລະ ຍຸດທະສາດການກະທຳຂອງ ສະຫະພັນ ລັດຖະສະພາ ສາກົນ (IPU) ໃຫ້ປະກົດຜົນເປັນຈິງເພື່ອສັນຕິພາບ, ການຮ່ວມມື, ພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ