ຫວຽດ​ນາມ​ເນັ້ນ​ໜັກ​ເຖິງ​ຂອບ​ເ​ຂດ​ທົ່ວ​ໂລກ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ລູກ​ປຶນ ຕ້ອງ​ສອດ​ຄ່ອງ​ກັບ​ບັນ​ດາຫຼັກ​ການ​ພື້ນ​ຖານ​ຂອງ​ກົດ​ໝາຍ​ສາ​ກົນ ແລະ ກົດ​ບັດ ສ​ປ​ຊ

(VOVWORLD) - ເພື່ອຂອບເຂດທົ່ວໂລກບັນລຸປະສິດທິຜົນ ບັນດາຂອບເຂດກ່ຽວກັບການຄຸ້ມຄອງອາວຸດທີ່ໄດ້ຮັບການຮັບຮອງເອົາຕ້ອງສອດຄ່ອງ ກັບບັນດາຫຼັກການພື້ນຖານຂອງກົດໝາຍສາກົນ
ຫວຽດ​ນາມ​ເນັ້ນ​ໜັກ​ເຖິງ​ຂອບ​ເ​ຂດ​ທົ່ວ​ໂລກ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ລູກ​ປຶນ ຕ້ອງ​ສອດ​ຄ່ອງ​ກັບ​ບັນ​ດາຫຼັກ​ການ​ພື້ນ​ຖານ​ຂອງ​ກົດ​ໝາຍ​ສາ​ກົນ ແລະ ກົດ​ບັດ ສ​ປ​ຊ - ảnh 1ທ່ານນາງອັກຄະລັດຖະທູດ ເລທິມິງທວາ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ
(ພາບ: VOV)

ໃນລະຫວ່າງວັນທີ 5 – 9 ມິຖຸນາ, ຢູ່ສຳນັກງານ ສປຊ ຢູ່ນິວຢອກ (ອາເມລິກາ), ກອງປະຊຸມຄັ້ງທີ 4 ຂອງກຸ່ມປະຕິບັດງານກ່ຽວກັບການສ້າງຂອບເຂດທົ່ວໂລກກ່ຽວກັບການຄຸ້ມຄອງລູກປຶນ (ກຸ່ມປະຕິບັດງານ) ຂອງ ສປຊໄດ້ດຳເນີນດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າ 193 ປະເທດສະມາຊິກ ສປຊ ແລະ ຫຼາຍອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງອັກຄະລັດຖະທູດ ເລທິມິງທວາ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ຖືວ່າ: ເພື່ອຂອບເຂດທົ່ວໂລກບັນລຸປະສິດທິຜົນ, ບັນດາຂອບເຂດກ່ຽວກັບການຄຸ້ມຄອງອາວຸດທີ່ໄດ້ຮັບການຮັບຮອງເອົາຕ້ອງສອດຄ່ອງ ກັບບັນດາຫຼັກການພື້ນຖານຂອງກົດໝາຍສາກົນ ແລະ ກົດບັດ ສປຊ ກໍ່ຄືຮັບປະກັນບັນດາສິດ ແລະ ຜົນປະໂຫຍດອັນຊອບທຳຂອງ ບັນດາປະເທດໃນການຜະລິດ, ກຳມະສິດ, ຊື້ ແລະ ມອບສົ່ງອາວຸດ ແລະ ລູກປຶນ ເພື່ອເປົ້າໝາຍປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ໃນວິວັດການນີ້, ການໜູນຊ່ວຍ ແລະ ຮ່ວມມືກັບບັນດາປະເທດພວມພັດທະນາໃນການສ້າງຄວາມສາມາດບົ່ມຊ້ອນ, ການຖ່າຍທອດເຕັກໂນໂລຢີ ແລະ ໜູນຊ່ວຍແຫຼ່ງກຳລັງ ມີບົດບາດສຳຄັນທີ່ສຸດໃນການຮັບປະກັນການຄຸ້ມຄອງອາວຸດຢ່າງປອດໄພ.

ຕອບກັບ

ຂ່າວ/ບົດ​ອື່ນ