ຫວຽດ​ນາມເປີດ​ບັນ​ດາ​ບໍ​ລິ​ການ​, ດຳ​ເນີນທຸ​ລະ​ກິດ​ທີ່​ຈຳ​ເປັນ​ຄືນ​ໃໝ່ ນອກ​ເໜືອຮ້ານ​ເທັກ, ຮ້ານ Bar, ຮ​້ານ Karaoke

(VOVWORLD) - "ມີສານສະບັບໃໝ່ ນັ້ນແມ່ນປະຊາຊົນແຕ່ລະຄົນ, ວິສາຫະກິດແຕ່ລະແຫ່ງ ກັບຄືນສູ່ສະພາບການເປັນປົກກະຕິໃນການດຳລົງຊີວິດ ແລະ ບັນດາການເຄື່ອນໄຫວເສດຖະກິດ - ສັງຄົມ ກໍ່ຄ່ອຍໆກັບຄືນສູ່ສະພາບປົກກະຕິ, ບົນເນື້ອໃນຈິດໃຈແມ່ນຍູ້ແຮງການຟື້ນຟູເສດຖະກິດ, ສ້າງສາປະເທດຊາດ, ຖືນີ້ແມ່ນໜ້າທີ່ບຸລິມະສິດສຳຄັນ, ຕ້ອງສຸມໃສ່ຢູ່ທຸກຂັ້ນ, ທຸກຂະແໜງການ. ແຕ່ຫ້າມບໍ່ໃຫ້ປະມາດ, ຖືເບົາ Covid  19"
ຫວຽດ​ນາມເປີດ​ບັນ​ດາ​ບໍ​ລິ​ການ​, ດຳ​ເນີນທຸ​ລະ​ກິດ​ທີ່​ຈຳ​ເປັນ​ຄືນ​ໃໝ່ ນອກ​ເໜືອຮ້ານ​ເທັກ, ຮ້ານ Bar, ຮ​້ານ Karaoke - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP)

ຕອນເຊົ້າວັນທີ 7 ພຶດສະພາ, ກ່າວຄຳເຫັນທີ່ກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຕີລາຄາວ່າ ສິ່ງທີ່ເປັນໜ້າຊື່ນຊົມແມ່ນ ທົ່ວປະເທດໄດ້ພວມຢູ່ໃນກຸ່ມທີ່ມີຄວາມສ່ຽງຕ່ຳ, ຊ້ຳບໍ່ໜຳ ມີຄວາມສ່ຽງຕ່ຳທີ່ສຸດສຳລັບໂລກລະບາດ Covid -19. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:

ມີສານສະບັບໃໝ່ ນັ້ນແມ່ນປະຊາຊົນແຕ່ລະຄົນ, ວິສາຫະກິດແຕ່ລະແຫ່ງ ກັບຄືນສູ່ສະພາບການເປັນປົກກະຕິໃນການດຳລົງຊີວິດ ແລະ ບັນດາການເຄື່ອນໄຫວເສດຖະກິດ - ສັງຄົມ ກໍ່ຄ່ອຍໆກັບຄືນສູ່ສະພາບປົກກະຕິ, ບົນເນື້ອໃນຈິດໃຈແມ່ນຍູ້ແຮງການຟື້ນຟູເສດຖະກິດ, ສ້າງສາປະເທດຊາດ, ຖືນີ້ແມ່ນໜ້າທີ່ບຸລິມະສິດສຳຄັນ, ຕ້ອງສຸມໃສ່ຢູ່ທຸກຂັ້ນ, ທຸກຂະແໜງການ. ແຕ່ຫ້າມບໍ່ໃຫ້ປະມາດ, ຖືເບົາ Covid 19

ບົນພື້ນຖານການສະເໜີຂອງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ. ທ່ານນາຍົກລັດຖະມົນຕີ ກໍ່ເຫັນດີໃຫ້ເປີດປະຕູການດຳເນີນທຸລະກິດ, ການບໍລິການບາງປະເພດຄືນໃໝ່,  ນອກເໜືອແຕ່ ຮ້ານເທັກ, ຮ້ານ Bar, ຮ້ານ Karaoke

ຕອບກັບ

ຂ່າວ/ບົດ​ອື່ນ