ຫວຽດ​ນາມ​ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ ຄະ​ນະ​ກຳ​ມະ​ການ​​ຜູ້​ຕາ​ງ​ໜ້າ​ປະ​ຈຳ​ການ​ ອາ​ຊຽນ

(VOVWORLD) -ທີ່ວາລະໄຂກອງປະຊຸມ, ທ່ານ ເຈິ່ນດຶກບິ່ງ ໄດ້ແບ່ງປັນຄວາມໝາຍຂອງ ຫົວຂໍ້ “ອາຊຽນສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ແລະ ບັນດາບຸລິມະສິດຂອງຫວຽດນາມ ໃນປີ ປະທານ ອາຊຽນ 2020 ເພື່ອແນໃສ່ປະກອບສ່ວນເຂົ້າໃນການຊຸກຍູ້ການພັດທະນາປະຊາຄົມ ອາຊຽນໃຫ້ມີຄວາມໝັ້ນຄົງເຂັ້ມແຂງ

ຫວຽດ​ນາມ​ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ ຄະ​ນະ​ກຳ​ມະ​ການ​​ຜູ້​ຕາ​ງ​ໜ້າ​ປະ​ຈຳ​ການ​ ອາ​ຊຽນ - ảnh 1ທ່ານ ເຈິ່ນດຶກບິ່ງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ, ເປັນປະທານກອງປະຊຸມ

(ພາບ: TTXVN) 

ວັນທີ 9 ມັງກອນ ຢູ່ສຳນັກງານຄະນະເລຂາ ອາຊຽນ ຢູ່ ຈາກາຕາ ປະເທດ ອິນໂດເນເຊຍ, ໄດ້ດຳເນີນກອງປະຊຸມຄັ້ງທຳອິດຂອງ ຄະນະກຳມະການຜູ້ຕາງໜ້າປະຈຳ ອາຊຽນ (CPR ເດືອນມັງກອນ 2020) ໃນປີ ຫວຽດນາມ ປະທານ ອາຊຽນ 2020, ໂດຍມີການເຂົ້າຮ່ວມຂອງ ບັນດາທ່ານເອກອັກຄະລັດຖະທູດ, ຜູ້ຕາງໜ້າບັນດາປະເທດອາຊຽນ ທັງໝົດ. ທ່ານ ເຈິ່ນດຶກບິ່ງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ, ເປັນປະທານກອງປະຊຸມ.

        ກ່າວຄຳເຫັນທີ່ວາລະໄຂກອງປະຊຸມ, ທ່ານ ເຈິ່ນດຶກບິ່ງ ໄດ້ແບ່ງປັນຄວາມໝາຍຂອງ ຫົວຂໍ້ “ອາຊຽນສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ແລະ ບັນດາບຸລິມະສິດຂອງຫວຽດນາມ ໃນປີ ປະທານ ອາຊຽນ 2020 ເພື່ອແນໃສ່ປະກອບສ່ວນເຂົ້າໃນການຊຸກຍູ້ການພັດທະນາປະຊາຄົມ ອາຊຽນໃຫ້ມີຄວາມໝັ້ນຄົງເຂັ້ມແຂງ, ເພີ່ມທະວີການເຊື່ອມຕໍ່ໃນພາກພື້ນ, ຍົກສູງຄວາມສາມາດໃນການປັບຕົວໃຫ້ແທດເໝາະກັບສະພາບການ, ຍາດແຍ່ງກາລະໂອກາດຂອງການປະຕິວັດອຸດສາຫະກຳ 4.0… ພ້ອມກັນນັ້ນ ທ່ານກໍ່ຢັ້ງຢືນວ່າ ໃນຖານະຕຳແໜ່ງເປັນປະທານ CPR, ຄະນະປະຕິບັດງານ ຫວຽດນາມ ຈະສຸມໃສ່ມານະພະຍາຍາມພ້ອມກັບບັນດາປະເທດສະມາຊິກ ແລະ ຄະນະເລຂາ ອາຊຽນ ສືບຕໍ່ຜັນຂະຫຍາຍໂຄງການປະຕິບັດວຽກງານ ປີ 2019 – 2020 ຂອງ CPR ດ້ວຍບັນດາຈຸດສຸມກ່ຽວກັບການເພີ່ມທະວີວຽກງານສົມທົບກັນແກ້ໄຂບັນດາບັນຫາ ແລະ ເນື້ອໃນ ລະຫວ່າງເສົາຄ້ຳ, ລະຫວ່າງຂົງເຂດໃນການທີ່ສ້າງປະຊາຄົມອາຊຽນ…

        ທ່ານ ເຈິ່ນດຶກບິ່ງ ໄດ້ເນັ້ນໜັກວ່າ ນອກຈາກໜ້າທີ່ເພີ່ມທະວີການພົວພັນ ແລະ ຮ່ວມມືກັບບັນດາປະເທດຄູ່ຮ່ວມມື ຢູ່ ອາຊຽນແລ້ວ, CPR ຈະບຸລິມະສິດຮຽບຮຽງໃຫ້ສຳເລັດໂດຍໄວກ່ຽວກັບ ແຜນການກະທຳໄລຍະ 2021 – 2025 8 ສະບັບ ລະຫວ່າງ ອາຊຽນກັບບັນດາຄູ່ຮ່ວມມືຄື ການາດາ, ຈີນ, ອິນເດຍ, ສະຫະພາບເອີລົບ (EU), ສ.ເກົາຫຼີ, ນິວຊີແລນ, ອາເມລິກາ ແລະ ສປຊ ເພື່ອ ຍື່ນສະເໜີໃຫ້ຮັບຮອງເອົາຢູ່ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດໃນເດືອນ ສິງຫາ 2020.

ຕອບກັບ

ຂ່າວ/ບົດ​ອື່ນ