ຫວຽດ​ນາມ​ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ການ​ສຶກ​ສາ ອາ​ຊຽນ ຄັ້ງ​ທີ 12

(VOVWORLD) -ບັນດາກອງປະຊຸມຈະຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີການສຶກາ ອາຊຽນຄັ້ງທີ 12, ຖະແຫຼງການຮ່ວມຂອງສະພາລັດຖະມົນຕີການສຶກສາ ອາຊຽນ + 3 ຄັ້ງທີ 6, ຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດລັດຖະມົນຕີການສຶກສາ ອາຊີຕາເວັນອອກຄັ້ງທີ 6.

ໃນລະຫວ່າງວັນທີ 11 – 14 ຕຸລາ 2022, ຢູ່ຮ່າໂນ້ຍ, ກະຊວງການສຶກສາທິການ ແລະ ບຳລຸງສ້າງ ຫວຽດນາມ ດ້ວຍບົດບາດເປັນປະທານໝູນວຽນຂອງການຮ່ວມມືດ້ານການສຶກສາ ອາຊຽນອາຍຸການ 2022 – 2023, ຈະຈັດຕັ້ງກອງປະຊຸມລັດຖະມົນຕີການສຶກສາ ອາຊຽນຄັ້ງທີ 12 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງດ້ວຍການເຂົ້າຮ່ວມຂອງ 10 ປະເທດສະມາຊິກ ອາຊຽນ ແລະ 8 ປະເທດຄູ່ຮ່ວມມື. ຫົວຂໍ້ຂອງກອງປະຊຸມແມ່ນ: “ຄວາມມານະພະຍາຍາມລວມ ເພື່ອແນໃສ່ກຳນົດການຮຽນຄືນໃໝ່ ແລະ ເພີ່ມທະວີຄວາມສາມາດໃນການຮັບມືຂອງລະບົບການສຶກສາໃນພາກພື້ນ ອາຊຽນ ແລະ ຍິ່ງໄປກ່ວານັ້ນໃນສະພາບການໃໝ່”.

ບັນດາກອງປະຊຸມລວມມີ: ກອງປະຊຸມເຈົ້າໜ້າທີ່ອາວຸໂສການສຶກສາອາຊຽນຄັ້ງທີ 17, ກອງປະຊຸມເຈົ້າໜ້າທີ່ອາວຸໂສ ການສຶກສາ ອາຊຽນ + 3 ຄັ້ງທີ 12, ກອງປະຊຸມເຈົ້າໜ້າທີ່ອາວຸໂສ ການສຶກສາ ອາຊຽນ -EAS ຄັ້ງທີ 7, ກອງປະຊຸມລັດຖະມົນຕີການສຶກສາ ອາຊຽນຄັ້ງທີ 12, ກອງປະຊຸມລັດຖະມົນຕີການສຶກສາ ອາຊຽນ + 3 (ກັບບັນດາຄູ່ຮ່ວມມື ສ.ເກົາຫຼີ, ຍີ່ປຸ່ນ, ຈີນ) ຄັ້ງທີ 6 ແລະ ກອງປະຊຸມສຸດຍອດລັດຖະມົນຕີການສຶກສາ ອາຊີຕາເວັນອອກ ອາຊຽນ - EAS ຄັ້ງທີ6.

ບັນດາກອງປະຊຸມຈະຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີການສຶກາ ອາຊຽນຄັ້ງທີ 12, ຖະແຫຼງການຮ່ວມຂອງສະພາລັດຖະມົນຕີການສຶກສາ ອາຊຽນ + 3 ຄັ້ງທີ 6, ຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດລັດຖະມົນຕີການສຶກສາ ອາຊີຕາເວັນອອກຄັ້ງທີ 6.

ຕອບກັບ

ຂ່າວ/ບົດ​ອື່ນ